ທ່ານ​ນາງ​ຍິ່ງ​ລັກ​ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ນາງ​ຈະລາ​ອອກ​ຈາກ​ຕຳ​ແໜ່​ງ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ

(GMT+08:00) 2011-11-11 16:05:04     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ10​ພະຈິກ​ນີ້,ທ່ານ​ນາງ​ຍິ່ງ​ລັກ​ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ໄດ້​ກ່າວປະຕິ​ເສດ​ຕໍ່ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ນາງ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ແກ້​ໄຂ​ວິ​ກິດ​ການ​ໄພ​ນ້ຳ​ຖ້ວມບໍ່​​ໄດ້ຮັບຜົນ,ນາງ​ກ່າວ​ວ່າ,ການ​ລາຍ​ງານ​ຂ່າວ​ແລະ​ຂ່າວ​ລື​ແນວ​ນີ້​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ​ແຕ່​ປະ​ການ​ໃດ,​ເປັນ​ການ​ລາຍ​ງານ​ຂ່າວ​​ທີ່​ເວົ້າ​ເກີນ​ຄວາມ​ຈິງ.

ມື້​ດຽວ​ກັນ,ກົມປ້ອງ​ກັນ​ແລະ​ບັນ​ເທົາ​ສາທາລະນະ​ໄພກກະຊວງ​ພາຍ​ໃນ​ຂອງ​​ໄທ​ໄດ້​ຢືນຢັນ​ແລ້ວ​ວ່າ​ມີ533​ຄົນ​​ເສຍ​ຊີວິດ​ຍ້ອນ​ໄພ​ນ້ຳ​ຖ້ວມ​ທີ່​ແກ່ຍາວ​ມາ​ເປັນ​ເວລາ3​ເດືອນ​ກວ່າ,​ເມື່ອ​ທຽບ​ກັບ​ວັນ​ທີ9​ແລ້ວ​ໄດ້​ເພີ່ມ​ຂຶ້ນ​ອີກ4​ຄົນ, ຈຳນວນ​ຄົນທີ່​ຫາ​ຍສາບ​ສູນ​ຍັງ​ແມ່ນ2​ຄົນ​ຄື​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ