UNESCOຢຸດຕິ​ການປະຕິບັດ​​ໂຄງການ​ຈຳນວນ​ໜຶ່ງ​ເປັນ​ການ​ຊົ່ວຄາວ​ຍ້ອນ​ອາ​ເມ​ລິ​ກາແລະ​ປະ​ເທດສະມາຊິກ​ອື່ນໆ​ປະຕິ​ເສດ​ບໍ່​ຈ່າຍ​ຄ່າ​ສະຕິ​ສະມາຊິກ

(GMT+08:00) 2011-11-11 15:42:50     cri
ວັນ​ທີ10ພະຈິກ​ນີ້, ທ່ານ​ນາງ​ອີຣີນາ ​ໂບ​ໂກ​ວາ, ຜູ້ອຳນວຍການ​ໃຫຍ່​ຂອງ​ອົງການ​ການ​ສຶກສາ,ວິ​ທະຍາ​ສາດ​ແລະ​ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ​ຫຼື​UNESCO​ໄດ້​ປະກາດ​ໃນ​ພິທີ​ອັດ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງການUNESCOຄັ້ງ​ທີ36ວ່າ,ຍ້ອນ​ອາ​ເມ​ລິ​ກາ​ແລະ​ປະ​ເທດ​ສະມາຊິກອື່ນໆປະຕິ​ເສດ​ບໍ່​ຈ່າຍ​ຄ່າສະຕິສະມາຊິກ,ອົງການUNESCOຈຳ​ເປັນ​ຕ້ອງ​ຢຸດຕິການ​ປະຕິບັດ​ໂຄງການ​ຈຳນວນ​ໜຶ່ງ​ເປັນ​ການຊົ່ວຄາວ​ກ່ອນ​ທ້າຍ​ປີ2011.

ນາງ​ອີຣີນາ ​ໂບ​ໂກ​ວາ​ກ່າວ​ວ່າ, ​ໂຄງການ​ທີ່​ຢຸດຕິ​​ເປັນ​ການຊົ່ວຄາວ​ຕົ້ນ​ຕໍ​ແມ່ນ​ໂຮມ​ສູນ​ຢູ່ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ,ການ​ພິມຈຳ​ໜ່າຍ​ສິ່ງ​ພິມ​ແລະ​ຂົງ​ເຂດ​ອື່ນໆ, UNESCOຍັງ​ຈະ​ຫຼຸດຄ່າ​ໃຊ້ຈ່າຍ​ໃນ​ເວລາ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ຂອງ​ພະນັກງານ​​ໃຫ້​ໜ້ອຍ​ລົງຢ່າງ​ຫຼວງ​ຫຼາຍ​ເພື່ອ​ປະຢັດຄ່າ​ໃຊ້​ຈ່າຍ. ຕາມ​ການ​ຄາດ​ຄະ​​ເນ, ​ໂຄງການ​ທີ່​ຖືກ​ຢຸດຕິການປະຕິບັດ​​ເປັນ​ການຊົ່ວຄາວ​ແລະ​ຫຼຸດ​ຄ່າ​ໃຊ້ຈ່າຍ​ໄລ່​ລວມ​ແລ້ວ​ສາມາດ​ປະຢັດ​​ເງິນປະມານ 35ລ້ານ​ໂດ​ລາ​ໃຫ້​​ອົງການUNESCO.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ