ໃນ​ປີ​2015​ຈີນ​ຈະ​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ປະ​ລິ​ມານ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ຫຼຸດ​ລົງ​ໜ້ອຍ​ກວ່າ​ປີ​2010 17%

(GMT+08:00) 2011-11-11 15:42:36     cri
ຫວ່າງ​ບໍ່​ດົນ​ມາ​ນີ້,ກອງ​ປະຊຸມ​ປະຈຳ​ຂອງ​ລັດຖະບານ​ຈີນ​ຜ່ານ​ແຜນການສະບັບ​ໜຶ່ງ​ໂດຍ​ຊີ້​ອອກ​ວ່າ,ຈະ​ຄວບ​ຄຸມ​ການ​ລະ​ບາຍ​​ອາຍ​ພິດ​ເຮືອນ​ແກ້ວ,​ເພື່ອ​ຮອດ​ປີ​2015,​ເຮັດ​ໃຫ້​ປະ​ລິ​ມານ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ຫຼຸດ​ລົງ​ໜ້ອຍ​ກວ່າ​ປີ​2010 17%.

ອີງ​ຕາມ​ແຜນ​ການ,​ໃນ5​ປີ​ຕໍ່ໜ້າ​ນີ້,ຈີນ​ຈະ​ແບ່ງປັນ​ໂກ​ຕາ​​ແຫ່ງ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ບັນ​ດາ​ແຂວງ,​​ເຂດ​ຫຼື​ກຳ​ແພງ​ນະ​ຄອນ​ເປັນ​ຜູ່​ປະ​ຕິ​ບັດ,​ຮຽກ​ຮ້ອງ​ໃຫ້​ທ້ອງ​ຖິ່ນ ຕ່າງໆ​ອອກ​​ແຮງ​ຊຸກ​ຍູ້​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ສິ້ນ​ເປືອງ​ພະ​ລັງ​ງານ,​ເລັ່ງ​ລັດ​ສ້າງ​ຕັ້ງ​ລະ​ບົບ​ສະ​ຖິ​ຕິ​ຄິດ​ໄລ່​ປະ​ລິ​ມານ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຈີນ​ຂຽນ​ວຽກ​ຄວບ​ຄຸມ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ເຂົ້າ​ໃນ​ແຜນ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ