ທະນາຄານ​ຈີນ​ຖືກ​​ຈັດ​ເຂົ້າ​ໃນບັນຊີ​ລາຍ​ຊື່ສະ​ຖາ​ບັນ​ການ​ເງິນ​ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ລະ​ບົບ​ທົ່ວ​ໂລກ

(GMT+08:00) 2011-11-11 18:33:55     cri
ຫວ່າງ​ບໍ່​ດົນ​ມາ​ນີ້,ສະພາ​ມົນຕີ​ຄວາມ​ໝັ້ນຄົງ​ດ້ານການ​ທະນາຄານ​ສາກົນ​ໄດ້​ເປີດ​ເຜີຍ​ບັບຊີ​ລາຍຊື່"ສະ​ຖາ​ບັນ​ການ​ເງິນ​ທີ່​ມີ​ຄວາມ​ສຳຄັນ​ຕໍ່​ລະ​ບົບ​ທົ່ວ​ໂລກ"​ຊຸດ​ທຳ​ອິດ​29​ແຫ່ງ,​ໃນ​ນັ້ນ,​ທະ​ນາ​ຄານ​ຈີນ​ເປັນ​ອົງ​ການ​ພຽງ​ແຫ່ງ​ໜຶ່ງ​ແຫ່ງ​ດຽວ​ໃນ​ຈີນ,​ຕະ​ຫຼອດ​ຮອດ​ໃນ​ບັນ​ດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່​ທີ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ສະ​ບັບ​ນີ້.

ທະນາຄານ​ຈີນ​ຖຶກຈັດ​ເຂົ້າ​ໃນບັນຊີ​ລາຍ​ຊື່​ສະບັບ​ນີ້,​ໄດ້​ສ້າງ​ທ່າ​ແຮງ​ດ້ານ​ຊື່​ສຽງ​ໃຫ້​ແກ່​ທະ ນາຄານ​ທຶນ​ຈີນ​ໄປ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕ່າງ​ປະ​ເທດ​ໃນ​ອະ​ນາ​ຄົດ,​ໄດ້​ສ້າງ​ໂອ​ກາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ທະ​ນາ​ຄານ​ນີ້​ໃນ​ການ​ລະ​ດົມ​ທຶນ​ແລະ​ເປີດ​ກວ້າງ​ທຸ​ລະ​ກິດ.​ບຸກ​ຄົນ​ພາຍ​ໃນ​ວົງ​ການ​ທະ​ນາ​ຄານ​ເຫັນ​ວ່າ,​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ,​ໃນ​ອະ​ນາ​ຄົດ,​ຈະ​ມີ​ທະ​ນາ​ຄານ​ທຶນ​ຈີນ​ຫຼາຍ​ກວ່າ​ເກົ່າ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ສະ​ຖາ​ບັນ​ການ​ເງິນ​ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ລະບົບ​ທົ່ວ​ໂລກ,​ຢູ່​ຄຽງ​ຂ້າງ​ກັບ​ທະ​ນາ​ຄານ​ທີ່​ດີ​ທີ່​ສຸດ​ໃນ​ທົ່ວ​ໂລກ.

ສະ​ຖາ​ບັນ​ການ​ເງິນ​ທີ່​ມີ​ຄວາມ​ສຳຄັນ​ຕໍ່​ລະບົບ​ທົ່ວ​ໂລກ​ໝາຍ​ເຖິງ​ສະ​ຖາ​ບັນ​ການ​ເງິນທີ່​ມີ​ຂະ​ໜາດ​ທຸ​ລະ​ກິດ​ອ່າວ​ໃຫຍ່,​ມີ​ທຸ​ລະ​ກິດ​ອ່າວ​ສັບ​ສົນ,​ແລະ​ຕາບ​ໃດ​ເກີດ​ເຫດ​ທີ່​ມີ​ຄວາມ​ສ່ຽງ​ຈະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ລະ​ບົບ​ການ​ທະ​ນາ​ຄານ​ຂອງ​ພາກ​ພື້ນ​ຫຼື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ