"​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ຕິ​ເບ​ດຈີນ"ຄັ້ງ​ທີ3ປິດ​ລົງ​ຢູ່​ອາ​ແຕນ​ຂອງ​ເກຼັກ

(GMT+08:00) 2011-11-12 16:09:08     cri
 ວັນ​ທີ11ພະຈິກ​ນີ້, "​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ຕິ​ເບ​ດຈີນ"ຄັ້ງ​ທີ3ທີ່​ຫ້ອງການຂ່າວ​ຄະນະ​ລັດຖະບານ​ຈີນ,ສະຖານທູດ​ຈີນ​ປະຈຳ​ເກຼັກ​ແລະ​ສະມາຄົມ​ການ​ຄ້າ​ເກຼັກ-ຈີນ​ເປັນ​ເຈົ້າພາບ​ຮ່ວມ​ກັນ​ຈັດ​ຂຶ້ນ​ໄດ້ປິດ​ລົງ​ຢູ່​ອາ​ແຕນ​ຂອງ​ເກຼັກຫຼັງ​ຈາກ​ໄດ້​ປະກາດ "​ແຈ້ງການ​ຮ່ວມ​ອາ​ແຕນ"​ແລ້ວ.

ແຈ້ງ​ການ​ກ່າວ​ວ່າ,ຜູ້​​ເຂົ້າ​ຮ່ວມ​ປະ​ຊຸມ​​ໄດ້ສະ​ແດງ​ຄວາມ​ຍ້ອງຍໍ​ຕໍ່​ການ​ສະ​ໜັບສະ​ໜູນ​ດ້ານ​ນະ​ໂຍບາຍ​ແລະ​ການຊ່ວຍ​ເຫຼືອ​ດ້ານ​ວັດຖຸຂອງ​ຄະນະ​ລັດຖະບານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ເຂດ​ອື່ນໆ​ຂອງ​ຈີນ​ສະໜອງ​ໃຫ້​ໃນ​ການ​ຊຸກຍູ້​ການ​ພັດທະນາ​​​ແບບ​ທັນ​ສະ​ໄໝ​ແລະ​ປົກ​ປັກ​ຮັກສາ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຕິ​ເບ​ດ,​ແລະ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຕໍ່​ການ​ພັດທະນາ​ຕິ​ເບ​ດ​ໃນ​ອະນາຄົດ. ຜູ້​ຮ່ວມ​ປະຊຸມ​ເຫັນ​ວ່າ,ປະຊາ​ຄົມ​ໂລກ​ດຳ​​ເນີນ​ການ​ຮ່ວມ​ມື​ກັບ​ຕິ​ເບ​ດ​ໃນ​ດ້ານ​ພະລັງງານ,ສະພາບ​​ແວດ​ລ້ອມ,ການ​ສຶກສາ,ສາທາລະນະ​ສຸກ​ແລະ​ດ້ານ​ອື່ນໆ​​ໄດ້ພົບ​ກັບກາລະ​ໂອກາດ​ທີ່​ດີ​ແລະ​ອະນາຄົດ​ທີ່​ກວ້າງຂວາງ.

​ໃນ​​ໄລຍະ​ກອງ​ປະຊຸມ​ທີ່​ດຳ​ເນີນ​ເປັນ​ເວລາ2ວັນ,​ເຈົ້າ​ໜ້າ​ທີ່​ລັດຖະບານ, ຊ່ຽວຊານ,ນັກວິຊາ​ການ,ຜູ້​ແທນ​ຂອງ​ວິ​ສາຫະກິດ,ບຸກຄົນ​ຂອງສື່​ມວນ​ຊົນທີ່​ມາ​ຈາກ​ເກຼັກ,ຈີນ,ອັງກິດ,ຝລັ່ງ,​ເຢຍລະ​ມັນ,ອິນ​ເດຍ,​ເນ​ປານ​ແລະ​ປະ​ເທດ​ອື່ນໆ ​​​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ກັນໂດຍ​ໝູນ​ອ້ອມ​ຫົວ​ຂໍ້ຕ່າງໆ​ກ່ຽວ​ກັບ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ,​ເຊັ່ນ: ການ​ພັດທະນາ​ເສດຖະກິດ​ສັງຄົມ,ການ​ສືບ​ທອດ​ວັດທະນະທຳ,ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,ວິທະຍາສາດ​ເຕັກນິກ,ການ​ສຶກສາ,ສາທາລະນະ​ສຸກ,ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ແລະ​ໂອກາດ​ຂອງ​ເກຼັກ​ແລະ​ປະ​ເທດ​ອື່ນໆ​ໃນ​ດ້ານ​ການ​ລົງທຶນ​ຢູ່​ຕິ​ເບ​ດ​ແລະ​ຫົວ​ຂໍ້​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ