ປະທານ​ຄະນະ​ມົນຕີ​ສະຫະພາບ​ເອີ​ລົບ​ຄັດ​ຄ້ານ​ອີ​ຕາ​ລີ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ເວລາ​ກຳນົດ

(GMT+08:00) 2011-11-12 16:12:24     cri
ວັນ​ທີ11ພະຈິກ​ນີ້, ທ່ານ​ເຮີມານ ວານ ​ໂຣມພຸ​ຍ, ປະທານ​ຄະນະ​ມົນຕີ​ສະຫະພາບ​ເອີ​ລົບກ່າວ​ຢູ່​ໂຣມວ່າ, ອີ​ຕາ​ລີບໍ່ຄວນ​ຈັດການ​ເລືອກ​ຕັ້ງ​ທົ່ວ​​ໄປ​ກ່ອນ​ເວລາ​ກຳນົດ,ປະຈຸ​ບັນ, ວຽກ​ງານ​ທີ່​ສຳຄັນ​ແມ່ນ​ປ້ອງ​ກັນບໍ່​ໃຫ້​ຕະຫຼາດ​ເສຍ​ຄວາມ​ໝັ້ນ​ໃຈ​ຕໍ່​ອີ​ຕາ​ລີ​ທີ່​ຮັບປາກ​ທີ່​ດຳ​ເນີນ​ການປະຕິ​ຮູບ.

ທ່ານ​ກ່າວ​ວ່າ,ອີ​ຕາ​ລີ​ປະຕິບັດ​ມາດ​ຕະການ​ປະຕິ​ຮູບ​ທາງ​ເສດຖະກິດ​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່​ສຸດ,​ເພື່ອ​ເລື່ອງ​ນີ້, ອີ​ຕາ​ລີບໍ່​ຄວນ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ເວລາ​ກຳນົດ. ອີ​ຕາ​ລີ​ມີ​ຄວາມ​ສາ​ມາ​ດບົ່ມ​ຊ້ອນທາງ​ເສດຖະກິດ​ທີ່​ດີ,​ແຕ່​ຕ້ອງ​ທຳ​ຄວາມ​ພະຍາຍາມ​ຢ່າງ​ຫຼວງ​ຫຼາຍ​ຈຶ່ງ​ຈະ​ສາມາດ​ຂຸດ​ຄົ້ນ​ຄວາມ​ສາມາດ​ນີ້. ທ່ານ​ເຮີ​ມານ ວານ ​ໂຣມພຸ​ຍຍັງ​ກ່າວ​ວ່າ, ​ໂດຍປະ​ເຊີນ​ໜ້າ​ກັບວິ​ກິດ​ການ,ປະ​ເທດສະມາຊິກ​ຕ່າງໆ​ຂອງ​ສະຫະພາບ​ເອີ​ລົບ​ຕ້ອງ​ຜ່ານ "ການ​​ເຄື່ອນ​ໄຫວ​ທີ່​ສືບ​ເນື່ອງ​ແລະ​ເອກະ​ພາບ​ກັນ"ມາ​ຟື້ນ​ຟູ​ຊື່​ສຽງ. ທີ່​ຈິງ​ແລ້ວ,ການສະກັດ​ກັ້ນ​ວິ​ກິດ​ການ​ບໍ່​ໃຫ້ແຜ່​ລາມ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ຫຼ້າ​ສຸດ​ຂອງ​ຜູ້ນຳ​​ສະຫະພາບ​ເອີ​ລົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ