ທ່ານ​ຫູ​ຈິນທ່າວ​ພົບ​ປະ​ທ່ານ​ລຽນ​ຊ້ານ

(GMT+08:00) 2011-11-12 16:20:43     cri
ຕອນ​ເຊົ້າ​ວັນ​ທີ11ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫູ​ຈິນທ່າວ,​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ພົບ​ປະກັບ​ທ່ານ​ລຽນ​ຊ້ານ, ປະທານ​ກິ​ຕິ​ມະ​ສັກ​ພັກ​ກົກ​ໝິນຕັງຈີນ​ຢູ່​ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ, ​ໃນ3ປີຜ່ານມາ,ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ລະຫວ່າງ​ສອງ​ຝັ່ງ​,ສະຖານະ​ການ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ​ໄດ້​ມີ​ການ​ປ່ຽນ​ແປງອັນ​ສຳຄັນ​ທີ່​ຕັ້ງໜ້າ,ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ກໍ່​ໄດ້​ປະ​ກົດ​ມີສະ​ພາບ​ການ​ໃໝ່​ທີ່​ພັດທະນາ​ໂດຍ​ສັນຕິ. ​ເລື່ອງ​ຈິງ​ໄດ້​ພິສູດວ່າ,ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພັດທະນາ​ໂດຍ​ສັນຕິ​ສອດຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາຖະ​ໜາ​ຮ່ວມ​ກັນ​ຂອງ​ພີ່ນ້ອງ​ຮ່ວມ​ຊາດທັງ​ສອງ​ຝັ່ງ,ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ລວມຂອງ​ປະຊາ​ຊາດ​ຈີນ,ທິດທາງ​​ແມ່ນ​ຖືກຕ້ອງ. ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄວນ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ,ຍຶດຖື​ຫົວ​ຂໍ້​ຫຼັກ​ທີ່​ຂະຫຍາຍ​ກາ​ນພົວພັນ​ລະ​ຫວ່າງສອງ​ຝັ່ງ​ໂດຍ​ສັນຕິ,ປັບປຸງພື້ນຖານ​ທາງ​ການ​ເມືອງ​ຮ່ວມ​​ໃນ​ການຕ້ານ "​ໄຕ້​ຫວັນ​ເປັນ​ເອກະລາດ"​​ແລະເຫັນ​ດີ​ນຳ "ຫຼັກ​ໝັ້ນ​ຈີນ​ດຽວ"​,ຮັກສາ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​​​ໃຫ້ຂະຫຍາຍ​​ໄປ​ໜ້າ.

ທ່ານ​ລຽນ​ຊ້ານ​ໄດ້ສະ​ແດງ​ຄວາມ​ເຫັນ​ດີ​​ເຫັນ​ພ້ອມ​ນຳ​ຄວາມ​ເຫັນ​ຂອງ​ທ່ານ​ຫູ​ຈິນທ່າວ. ທ່ານ​ລຽນ​ຊ້ານກ່າວ​ວ່າ,​ໃນ​ຊຸມ​ປີຜ່ານມາ​ນີ້, ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ,ກາ​ນພົວພັນ​ລະຫວ່າງ​ສອງ​ຝັ່ງ​ໄດ້​ປະກົດ​ມີ​ສະພາບ​ການ​ໃໝ່​ທີ່​ມີ​ການ​ພັດທະນາ​ທາງ​ການ​ເມືອງ​​ໂດຍສັນຕິ​ພາບ,ການ​ແລ​ກປ່ຽນໃນ​ດ້ານ​ເສດຖະກິດ​ການ​ຄ້າທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ແລະ​ສັງຄົມ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ໄປມາຫາສູ່​ກັນ,​ເຮັດ​ໃຫ້​ຄົນຮູ້​ສຶກດີ​ໃຈ​ຫຼາຍ.

ຍຶດໝັ້ນ "ຫຼັກ​ໝັ້ນ​ຈີນ​ດຽວ"​ແມ່ນ​ສີ​ລາ​ລຶກ​ສຳຄັນ​ໃນ​ການ​ຂະຫຍາຍ​ການ​ພົວພັນລະຫວ່າງ​ສອງ​ຝັ່ງ​ໂດຍ​ສັນຕິ,​ແມ່ນ​ຫີນ​ຮອງ​ພື້ນ​ໃນ​ການ​ບັນລຸເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ຝັ່ງ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ແລະມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​,ກໍ່​ແມ່ນ​ບ່ອນ​ອີງຂອງ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນດ້ານ​ການ​ເມືອງລະຫວ່າງ​ສອງ​ຝັ່ງ. ຫວັງ​ໃຫ້​ສອງ​ຝ່າຍ​​ໂຈະ​ຄວາມ​ຂັດ​ແຍ່ງ​ກັນ,ສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ​ແລະສະ​ຫງວນສິ່ງ​ທີ່​ຕ່າງ​ກັນ,ປະກອບສ່ວນຍິ່ງ​ຕັ້ງໜ້າ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ປະຊາຊົນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ