ພັກ​ຮີ​ສ​ໂບລາ​ຂອງ​ລີບັງ​ກ່າວ​ວ່າ ຖ້າ​ໃຊ້​ກຳລັງ​ອາວຸດ​ຕໍ່​ອີຣານ​ໄພ​ສົງຄາມ​ຈະ​ແຜ່​ລາມ​ໄປ​ທົ່ວ​ຕາ​ເວັນ​ອອກ​ກາງ

(GMT+08:00) 2011-11-12 16:26:22     cri
ວັນ​ທີ11ພະຈິກ​ນີ້, ທ່ານຣັດຊັນ ນັສຣານລາ, ​ເລຂາ​ທິການ​​ໃຫຍ່ພັກ​ຮີ​ສ​ໂບລາ​ຂອງ​​ລີບັງ​ກ່າວ​ຢູ່​​ເບ​ລຸດ​ວ່າ, ຖ້າ​​ໃຊ້​ກຳລັງ​ອາວຸດ​ຕໍ່​ອີຣານ​ແລະ​ຊີຣີ,​ໄຟ​ສົງຄາມ​ຈະ​ແຜ່​ລາມ​ໄປທົ່ວ​ຕາ​ເວັນ​ອອກ​ກາງ.

ທ່ານຣັດຊັນ ນັສຣານລາ​ກ່າວ​ວ່າ,ຖ້າ​ກໍ່​ສົງຄາມຕໍ່​ອີຣານ,ອີຣານຍ່ອມ​ຈະ​ຕ່າວ​ໂຈມ​ຕີ​ຄືນ​ແບບ​ເກືອ​ຈິ້ມ​ເກື. ການ​ກໍ່​ສົງຄາມ​ຕໍ່​ອີຣານກັບ​ຊີຣີຈະ​ບໍ່​ຈຳ​ກັດ​ຢູ່​ໃນ​ສອງ​ປະ​ເທດ​ນີ້, ​ໄຟ​ສົງຄາມ​ຈະ​ແຜ່​ລາມ​ໄປທົ່ວ​ເຂດ​ຕາ​ເວັນ​ອອກ​ກາງ,ນີ້​ຈະ​ແມ່ນ​ຄວາມ​ຈິງ​ທີ່​​ບໍ່​ຕ້ອງໂຕ້​ຖຽງ​ກັນ​.

ທ່ານ​ຍັງ​ໄດ້​ປັດ​ປ່າຍ​ຄວາມ​ອາດ​ສາມາດ​ທີ່​ອີສຣາ​ແອນຈະ​ກໍ່​ສົງຄາມ​ຕໍ່​ລີ​ບັງ​ແຕ່​ຝ່າຍ​ດຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ