IMFກ່າວ​ວ່າ ອົງກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ​ອາ​ດຈະ​ຕົກ​ຢູ່​ໃນ​ສະພາບຊຸດ​ໂຊມ​ລົງອີກ

(GMT+08:00) 2011-11-12 16:28:53     cri
ວັນ​ທີ11ພະຈິກ​ນີ້, ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼືIMF​ໄດ້​ກ່າວ​​ໃນ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ວ່າ, ຖ້າ​ຜູ້​ວາງ​ນະ​ໂຍບາຍ​ບໍ່​ສາມາດ​​ໃຊ້​ການ​ກະທຳ​ຢ່າງ​ວ່ອງ​ໄວ,ສ້າງ​ຄວາມ​ໝັ້ນ​​ໃຈໃນ​ດ້ານ​ຕະຫຼາດ​ແລະ​ຊຸກຍູ້​ເສດຖະກິດ​ໃຫ້​ເຕີບ​ໂຕ,ອົງກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ​ອາດ​ຈະ​ຕົກ​ຢູ່​​ໃນສະພາບ​​ຊຸດ​​ໂຊມ​ລົງອີກ.

ມື້​ດຽວ​ກັນ, ໃນ​ບົດ​ລາຍ​ງານທີ່​ຍື່ນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ການ​ກຸ່ມ20ປະ​ເທດຫຼືG20,IMFກ່າ​ວວ່າ,ຍ້ອນ​ວ່າ​​ການເຕີບ​ໂຕດ້ານ​ເສດຖະກິດ​ຂອງອົງກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ແລະ​ຄວາມ​ກົດ​ດັນ​ດ້ານ​ການ​ເງິນ​ເພີ່ມ​ຂຶ້ນ, ​​ປະຈຸ​ບັນ​,ສິ່ງ​ທ້າ​ທາຍ​ທີ່​ປະ​ເຊີນໃນສະພາບ​ແວດ​ລ້ອມ​ເສດຖະກິດ​ສາກົນໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ນະ​ໂຍບາຍ​ອຳມະພາດ​ແລະ​ຂາດ​ຄວາມ​ສືບ​ເນື່ອງ​ເຮັດ​ໃຫ້​ຄວາມ​ບໍ່​ແນ່​​ໃຈ​ເພີ່ມ​ຂຶ້ນ,ຄວາມ​ໝັ້ນ​ໃຈ​ເສຍ​ຫາຍ,​ແລະ​​ເຮັດ​ໃຫ້​ຕະຫຼາດ​ການ​ເງິນ​ເຄັ່ງ​ຕຶງ​ຂຶ້ນ​ຢ່າງ​ໜັກໜ່ວງ.​​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ