ທ່ານ​ປະທານ​ຫູ​ຈິນທາວ​ພົບ​ປະ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ

(GMT+08:00) 2011-11-12 17:10:55     cri
 ຕອນ​ເຊົ້າ​ວັນ​ທີ 11 ພະຈິກ​ນີ້,​ເວລາ​ທ້ອງ​ຖິ່ນ,ຢູ່​ຮາ​ວາຍ​​ແຫ່ງ​ອາ​ເມ​ລິ​ກາ,ທ່ານ​ຫູ​ຈິນທາວ ປະທານປະ​ເທດ​ຈີນ​​ໄດ້​ພົບປະ​ທ່ານ​ເຈີ່​ງອິນ​ສວນ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ທີ່​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ຜູ້ນຳ​ອົງການ​ເອ​ເປັກຄັ້ງ​ທີ 19.

ທ່ານ​ເຈີ່​ງອິນ​ສວນ​ໄດ້​ລາຍ​ງານ​ສະພາບ​ການ​ຂອງ​ຮົງ​ກົງ​ໃນ​ໄລຍະ​ມໍ່ໆ​ນີ້​ແລະ​ວຽກ​ງານ​ຂອງ​ອຳນາດ​ການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໃນ​ດ້ານ​ຕ່າງໆ ​ເປັນ​ຕົ້ນ​ແມ່ນ​ການ​ຮັບ​ມື​ກັບ​ການ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ ຊຸກ​ຊູ້​ການ​ພັດທະນາ​ເສດຖະກິດ​ຮົງ​ກົງ ປົວ​ແປ​ງຊີວິດ​ການ​ເປັນ​ຢູ່​ຂອງ​​ປະຊາຊົນ​ຮົງ​ກົງ​ແລະ​ອື່ນໆ,ຂອບ​ໃຈ​ນຳ​ລັດຖະບານ​ກາງ​ທີ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ແລະ​ສະໜັບສະໜູນ​ແກ່​ການ​ພັດທະນາ​ຂອງ​ຮົງ​ກົງ,ກ່າວ​ວ່າ,ອຳນາດ​ການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ຈະ​ສືບຕໍ່ພະຍາຍາມ​ຮັກສາ​ໃຫ້​ເສດຖະກິດ​ການ​ເງິນ​ຮົງ​ກົງ​ມີ​ຄວາມ​ໝັ້ນຄົງ.

ທ່ານ​ຫູ​ຈິນທາວ​ໄດ້​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ວຽກ​ງານ​ຂອງ​ທ່ານ​ເຈີ່​ງອິນ​ສວນ​ແລະ​ຂອງ​ອຳນາດ​ການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ.ທ່ານ​ກ່າວ​ວ່າ,ສະພາບ​ການ​ຮົງ​ກົງ​ໃນຕໍ່ໜ້າ​ນີ້​ແມ່ນ​ດີ​ຢູ່,​ເສດຖະກິດ​​ເຕີບ​ໂຕ​ໄວ​ສົມຄວນ,ສັງຄົມ​ຮັກສາ​ມີ​ຄວາມ​ສະຫງົບ.ລັດຖະບານ​ກາງ​ເດັດດ່ຽວ​ສະໜັບສະໜູນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ​ຮົງ​ກົງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.ຂໍ​ແຕ່​ມີ​ຜົນ​ດີ​ຕໍ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຮົງ​ກົງ ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ກັນ​ພັດທະນາ​ຂອງ​​​ແຜ່​ນດິນ​ໃຫຍ່​ແລະ​ຮົງ​ກົງ,ລັດຖະບານ​ກາງກໍ່​ຈະ​ພະຍາຍາມ​ເຮັດ​ຢ່າງ​ສຸດ​ຂີດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ