ບົດ​ລາຍ​ງານ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ​ຂອງ​ປາ​ເລັສຕິນຍື່ນ​ໃຫ້​ສະພາ​ຄວາມ​ໝັ້ນ​ຄົງ

(GMT+08:00) 2011-11-12 17:12:31     cri
ວັນ​ທີ 11 ພະຈິກ​ນີ້,ຄະນະ​ກຳມະການ​ຮັບ​ເອົາ​ປະ​ເທດ​ສະມາຊິກ​ໃໝ່​ຂອງ​ສະພາ​ຄວາມ​ໝົ້ນ​ຄົງ​ໄດ້​ປຶ​ກສາ​ຫາລື​ແບບ​ອັດ​ປະຕູ,ຜ່ານ​ຮັບຮອງ​ບົດ​ລາຍ​ງານ​ກ່ຽວ​ກັບປາ​ເລັສຕິນຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ,​ແລະ​ໄດ້​ຍື່ນ​ບົດ​ລາຍ​ງານ​ນີ້​ໃຫ້​ສະພາ​ຄວາມ​ໝົ້ນ​ຄົງ​ແລ້ວ.

ບົດ​ລາຍ​ງານ​ນີ້​ກ່າວ​ວ່າ,ຄະນະ​ກຳມະການ​ຮັບ​ເອົາປະ​ເທດສະມາຊິກ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ​ບໍ່​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​ບັນຫາ​ປາ​ເລັສຕິນຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ.

ມື້​ດຽວ​ກັນ,ຜູ້​ສັງ​ເກດ​ການ​ປາ​ເລັສຕິນປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ,ທ່ານ​ເຫັນ​ວ່າ​ບົດ​ລາຍ​ງານ​ແມ່ນ​ພາວະ​ວິ​ໄສ,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທັດສະນະ​ແລະ​ຫລັກ​ໝັ້ນ​ຂອງ​ປະ​ເທດ​ມົນຕີ​ສະພາ​ຄວາມ​ໝັ້ນຄົງ​ໃນ​ລະດັບ​ຫລາຍ​ສົມຄວນ.ທ່ານ​ຂໍ​ຂອບ​ໃຈ​ນຳ​ປະ​ເທດ​ມົນຕີ​ສະພາ​ຄວາມ​ໝັ້ນຄົງ​ທີ່​ສະໜັບ​ສະ​ໜູນ​ປາ​ເລັສຕິນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ.ທ່ານ​ຍັງ​ເວົ້າ​ວ່າ,ປາ​ເລັສຕິນຈະ​ຄົ້ນ​ຄວ້າ​ບົດ​ລາຍ​ງານ​ສະບັບ​ນີ້​ແລະ​ສະຖາ​ນະ​ການ​ລວມ​ແຫ່ງ​ການ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ວ່ອງ​ໄວ​​ແລະ​ຮອບດ້ານ,ທຳ​ການ​ຕົກລົງ​ໂດຍ​ໄວ​ຕໍ່​ການ​ເຄື່ອນ​ໄຫວ​ໃນ​ຂັ້ນ​ຕໍ່​ໄປ​ໃນ​ລະບົບ​ອົງການ​ສະຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ