ລູ​ເຮື​ອຈີນ 5 ຄົນ​ຫາຍ​ສາຍ​ສູນ​ໃນ​ອຸປະຕິ​ເຫດ​ເຮືອ​ຫລົ້ມ​ຢູ່​ສ.​ເກົາຫລີ

(GMT+08:00) 2011-11-12 17:13:27     cri
ຕອນ​ຂ້ອນ​ແຈ້ງ​ວັນ​ທີ 12 ພະຈິກ​ນີ້,ຢູ່​ເຂດ​ທະ​ເລ​ມໍ່​ຊຸ​ງຊິງ​ນາມ​ໂດ​ແຫ່ງ​ສ.​ເກົາຫລີ​ໄດ້​ເກີດ​ອຸປະຕິ​ເຫດ​ເຮືອ​ປະມົງ​ກັບ​ເຮືອ​ຂົນ​ສົ່ງ​ສິນຄ້າ​ຕຳ​ກັນ,​ພາໃຫ້​ເຮືອ​ປະມົງ​ຫລົ້ມ​ແລະ 8 ຕົນ​ຫາຍ​ສາບ​ສູນ,​ໃນ​ນັ້ນ​ມີ​ຄົນ​ຈີນ 5 ຄົນ.

​ເວລາ​ປະມານ 2 ​ໂມງ 15 ນາທີ​ຕອນ​ຂ້ອນ​ແຈ້ງ​ມື້​ດຽວ​ກັນ,​ເວລາ​ທ້ອງ​ຖິ່ນ,​ເຮືອ​ປະມົງ​ຂັ້ນ 69 ​ໂຕນລຳ​ໜຶ່ງ​ຂອງສ.​ເກົາຫລີກັບ​ເຮືອ​ຂົນ​ສົ່ງ​ສິນຄ້າ​ຂັ້ນ 2116 ​ໂຕນ​ລຳ​ໜຶ່ງ​ຂອງ​ສ.​ເກົາຫລີ​ຕຳ​ກັນ​​ແລະ​ຫລົ້ມຢູ່​ເຂດ​ທະ​ເລ​ດັ່ງກ່າວ.

ປະຈຸ​ບັນ,ຕຳຫລວດ​ທະ​ເລ​ສ.​ເກົາຫລີ​ໄດ້​ຂ້ຽວສົ່ງ​ເຮືອ 17 ລຳ​ລວມທັງ​ເຮືອ​ປ້ອງ​ກັນ​ທະ​ເລ​ພ້ອມ​ດ້ວຍ​ຍົນ​ລາ​ຕະ​ເວນ​ແລະ​ຍົນ​ເຮ​ລີກ​ອບ​ແຕເປັນ​ຕົ້ນ​ໄປ​ບ່ອນ​ເກີດ​ເຫນ​​ເພື່ອ​ດຳ​ເນີນ​ການ​ກອບ​ກູ້,​ແລະ​ພວມ​ສືບ​ສວນສາ​ເຫດ​ຂອງ​ອຸປະ​ຕິ​ເຫດ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ