ນາຍົກລັດຖະມົນຕີຍີ່ປຸ່ນ​ປະກາດ​ເຂົ້າ​ຮ່ວມ​ການ​ເຈລະຈາTPP

(GMT+08:00) 2011-11-12 17:14:17     cri
ວັນ​ທີ 11 ພະຈິກ​ນີ້,ທ່ານ​ໂນ​ດາ ​ໂຢຊິ​ຮິ​ໂຄ ນາຍົກລັດຖະມົນຕີຍີ່ປຸ່ນ​ປະກາດ​ວ່າ,ຍີ່​ປຸ່ນຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ປາ​ຊິກ​ຟິກຫລືTPP.

​ໃນ​ເວລາ​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ທຳນຽບນາຍົກລັດຖະມົນຕີ​ໃນ​ມື້​ດຽວ​ກັນ,ທ່ານ​ໂນ​ດາ ​ໂຢຊິ​ຮິ​ໂຄ​ເວົ້າ​ວ່າ,ຍີ່​ປຸ່ນ​ເຂົ້າ​ຮ່ວມTPPມີ​ຜົນ​ດີ​ຕໍ່​ການຈັດ​ເອົາ​ການ​ພັດທະນາ​ຂອງ​ເສດຖະກິດໂລກເຂົ້າ​ໃນ​ຂະ​ບວນການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ຍີ່​ປຸ່ນຕື່ມ​ອີກ,ພ້ອມ​ທັງ​ມີ​ຜົນ​ດີ​ຕໍ່​ການ​ປ້ອງ​ກັນ​ການ​ຫັນ​ເປັນ​ນ້ຳ​ເຕົ້າ​ເປົ່າ​ຂອງ​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ​ຍີ່ປຸ່ນ.

ປະຈຸ​ບັນ​ມີ 9 ປະ​ເທດ​ລວມທັງອາ​ເມ​ລິ​ກາ​ພວມ​ຊຸກ​ຍູ້​ການ​ເຈລະຈາTPP,​ໂດຍ​ມີ​ຈຸດປະສົງ​ເພື່ອ​ຊຸກ​ຍູ້​ເສລີພາບ​ດ້ານ​ການ​ຄ້າ​ຂອງ​ພາກ​ພື້ນ​ອາຊີ​ປາ​ຊິກ​ຟິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ