ລັດຖະບານ​ປະສົມ​ເກັຼກສາບານ​ຕົວ​ຂຶ້ນ​ຮັບຕຳແໜ່ງ

(GMT+08:00) 2011-11-12 17:15:32     cri
ວັນ​ທີ 11 ພະຈິກ​ນີ້,ລັດຖະບານ​ປະສົມ​ທີ່​ນຳ​ໂດຍ​ທ່ານ​ລູກັສ ພາພາ​ເດ​ມົສ ​ໄດ້​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ.ລັດຖະບານ​ຊຸດ​​ໃໝ່​ປະກອບ​ດ້ວຍ 49 ຄົນ,​ໃນ​ນັ້ນ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນ​ຕີ​ການ​ເງິນ​ເກັຼກດຳລົງ​ຕຳ​ແໜ່​ງຕໍ່,ພັກ​ປະຊາທິປະ​ໄຕ​ໃໝ່​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ທີ່​ສຸດ​ມີ 6 ຄົນ​ເຂົ້າ​ເປັນ​ສະມາຊິກ​ຄະນະ​ລັດຖະບານ.

ພິທີ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ​ລັດຖະບານ​ປະສົມ​ທີ່​ຈັດ​ຂຶ້ນ​ຢູ່​ທຳນຽວປະທານາທິບໍດີ​ໄດ້​ສິ້ນຸສດວິ​ກິດ​ການ​ການ​ເມືອງ​ທີ່​ເປັນ 10 ກວ່າ​ມື້​ຂອງ​ເກຼັກ​ເປັນ​ການ​ຊົ່ວຄາວ.ວັນ​ທີ 6 ພະຈິກ​ນີ້,ຂະ​ບວນການ​ຜ່ານ​ສັງຄົມ​ນິຍົມ​ເກຼັກ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ​ແລະ​ພັກ​ປະຊາທິປະ​ໄຕ​ໃໝ່ ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ສຳຄັນ​ເຫັນ​ດີ​ສ້າງ​ຕັ້ງ​ລັດຖະບານ​ປະສົມ,​ເພື່ອ​ອະນຸມັດ​ແລະ​ປະຕິບັດ​ສັນຍາ​ກອບ​ກູ້​ສະບັບ​ໃໝ່​ທີ່​ປະ​ເທດ​ເຂດ​ໃຊ້​ເງິນ​ເອີ​ໂຣຕົກລົງ​ກັນ​ໃນ​ວັນ​ທີ 27 ​ເດືອນ​ແລ້ວນີ້,​ແລະ​ນຳພາປະ​ເທດ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ເວລາ​ກຳນົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ