ຈີນ​ຈະ​ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ຢ່າງຕັ້ງຫນ້າ​ແລະ​ເປັນ​ເຈົ້າ​ການກວ່າ​ເກົ່າ

(GMT+08:00) 2011-11-13 14:04:38     cri

ວັນ​ທີ12 ພະຈິກ​ນີ້,ທ່ານ​ຫູ​ຈິນທາວ,ປະທານ​ປະ​ເທດ​ຈີນ​ທີ່​ໄປ​ເຂົ້າ​ຮ່ວມກອງ​ປະຊຸມບໍ່​ເປັນ​ທາງ​ການຂອງ​ຜູ່​ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກຢູ່​ຮາ​ວາຍ​​ໄດ້​ກ່າວ​ວ່າ,ຈີນ​ຈະ​ຊຸກຍູ້ການ​ເປີດ​ປະຕູ​ຕໍ່​ພາຍ​ນອກ​ໃນ​ຂອບ​​ເຂດ​​ແລະ​ຂົງ​ເຂດທີ່​ກວ້າງ​ຂວາງ​ກວ່າ​ເກົ່າຈາກລະດັບ​ສູງ​ກວ່າ​ເກົ່າ,​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ຢ່າງຕັ້ງຫນ້າ​ແລະ​ເປັນ​ເຈົ້າ​ການ​ກວ່າ​​ເກົ່າ.

ມື້​ດຽວ​ກັນ,​ໃນ​ເວລາທ່ານ​ຫູ​ຈິນທາວ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອຸດສາ ຫະກຳ​ການ​ຄ້າ​ຂອງ​ອົງການ​ເອ​ເປັກ,ທ່ານກ່າວ​ປາຖະກະຖາ​ໂດຍ​ຊີ້​ອອກ​ວ່າ, ປະຈຸ​ບັນ​ນີ້,ປະ​ເທ​ດສະມາຊິກຂອງ​ອົງການ​ເອ​ເປັກ​ຄວນ​ຍຶດຫມັ້ນ​ການ​ຮັກສາ​ການເຕີ​ບ​ໂຕ,ຊຸກ​ຍູ້​ຄວາມ​ຫມັ້ນ​ທ່ຽງ,​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ພະຍາຍາມ​ບັນລຸການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ເພື່ອ​ເພີ່ມ​ພະລັງ​​ແມ່ແຮງ​ໃຫ້ການ ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ​ອາ​ຊີ​ປາຊິ​ຟິກກໍ່​ຄື​ຂອງ​ໂລກ.


ດ້ວຍ​ເຫດ​ນີ້,ທ່ານ​ໄດ້​ສະ​ເຫ​ນີ​ວ່າ​ຄວນ​ປັບປຸງ​ກົນ​ໄກຊຳລະ​ແກ້​ໄຂ​ເສດຖະກິດ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນ,ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ການ​ພັດທະນາ​​ແບບ​ໃຫມ່​ໃນ​ທົ່ວ​ໂລກ​ທີ່​ສະ​ເຫມີ​ພາບແລະ​ສະ​ຫມ່ຳສະ​ເຫມີ​ກັນ​ກວ່​າ​ເກົ່າ,​ແລະ​ຮຽກຮ້ອງ​​ໃຫ້​ຝ່າຍ​ຕ່າງໆ​ຮັກສາ​ໂຄງ​ປະກອບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​​ລົງ​ເລິກ​ການ​ເຊື່ອ​ມ​ໂຍງ​ເສດ​ຖະກິດ​​ໃນພາກ​ພື້ນ​​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ.
 ພ້ອມ​ກັນ​ນັ້ນ,ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ,ການ​ພັດທະນາ​ຂອງ​ຈີນ​ແມ່ນ​ກຳລັງ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ກໍ​ຄື​ຂອງ​ໂລກ.ຈີນຍິນ​ດີ​ຕ້ອນຮັບບຸກຄົນ​ວົງ​ການ​ອຸດ​ສາ​ຫະກຳ​ການ​ຄ້າ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກຮ່ວມ​ກັນ​ແບ່ງປັນ​ໂອກາດ​ທີ່​ດີ​ໃນ​ການ​ພັດທະນາ​ເສດ ຖະກິດ​ຂອງ​ຈີນ,ຍິນ​ດີ​ສືບ​ຕໍ່ຮ່ວມ​ກັບ​ຝ່າຍ​ຕ່າງໆ​ເພີ່ມ​ທະວີ​ການ​ຮ່ວມ​ມື,​ເພື່ອ​ເພີ່ມ​ພະລັງ​ແມ່​ແຮງ​ໃຫ້ການ​ພັດທະນາ​​ເສດຖະກິດຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ແລະ​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ