ຈີນ​ຍິນ​ດີ​​ເພີ່ມການ​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ແລະ​ລົງທຶນ​ຢູ່​ອາ​ເມ​ລິ​ກາ​​ໃຫ້​ຫຼາຍ​ກວ່າ​ເກົ່າ

(GMT+08:00) 2011-11-13 15:30:08     cri

ວັນ​ທີ11 ພະຈິກ​ນີ້,ຢູ່​ທີ່​ໂຮ​ໂນ​ລູລູຂອງ​ຮາ​ວາຍ​ອາ​ເມ​ລິ​ກາ,ທ່ານ​ເສີນ​ເຕີ​ມິ​ງ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນກ່າວ​ວ່າ,ຈີນ​ຍິນ​ດີ​ເພີ່ມ​ການນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ແລະ​ລົງທຶນ​ຢູ່​ອາ​ເມ​ລິ​ກາ​ໃຫ້​ຫຼາຍ​ກວ່າ​ເກົ່າ​ຕື່ມ​ອີກ.


ວັນ​ທີ11ພະຈິກ​ນີ້,ທ່ານ​ເສີນ​ເຕີ​ມິ​ງ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ທີ່​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງ​ອົງການ​ເອ​ເປັກ​ຢູ່​ລັດ​ຮາ​ວາຍ​ນັ້ນ​ໄດ້​ພົບ​ປະ​ກັບ​ທ່ານ​ຈອນ​ ​ໄບຼ​ເຊີນ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ແລະ​ທ່ານ​ອື່ນໆ.ທ່ານ​ເສີນ​ເຕີ​ມິ​ງກ່າວ​ວ່າ,ຈີນ​ຍິນ​ດີ​ເພີ່ມ​ການ​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ໃຫ້​ຫຼາຍ​ຂຶ້ນ,ຊຸກຍູ້​ໃຫ້ການ​ຄ້າ​ລະຫວ່າ​ງສອງ​ຝ່າຍ​ດຸນ​ດຽງ​ກັນ,​ແຕ່​ອາ​ເມ​ລິ​ກາ​ພັດຈັດ​ເອົາ​ຜະລິດ​ຕະພັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ໃນ​ຂອບ​ເຂດ​ຄວບ​ຄຸມ,ພຽງ​ແຕ່​ດ້ານ​ນີ້​ກໍ່​ໄດ້​ມີ​ຄວາມ​ເສຍ​ຫາຍ​ເກືອບ​ຮ້ອຍ​ຕື້​ໂດ​ລາ​ຕໍ່​ການ​ສົ່ງ​ອອກ​ໃຫ້​ຈີນ.ພ້ອມ​ກັນ​ນັ້ນ,ທ່ານ​ເສິນ​ເຕີ​ມິ​ງຍັງ​ສະ​ແດງ​ຄວາ​ມ​ເອົາ​ໃຈ​ໃສ່ຕໍ່​ອາ​ເມ​ລິ​ກາ​ທີ່​ປະຕິ​ເສດ​ນັກ​ທຸລະ​ກິດ​ຈີນ​ໄປ​ລົງທຶນ​ຢູ່​ອາ​ເມ​ລິ​ກາ​ແລະ​​​ວິຊາ​ຂອງ ນັກທຸລະກິດ​ທີ່​ໄປ​ອາ​ເມ​ລິ​ກາ​ຖືກ​ກີດຂວາງ​ດ້ວຍ​ຂໍ້​ອ້າງ​ທີ່​ວ່າ​ສຳຫຼວດທາງ​ດ້ານ​ຄວາມ​ປອດ​ໄພ​ແລະ​ອື່ນໆ. ທ່ານ​ໄບຼ​ເຊິ​ນ​ໄດ້​ເຫັນ​ດີ​ນຳ​ການ​​ເພີ່ມ​ການ​ລົງທຶນ​ຂອງ​ນັກທຸລະກິດ​ຈີນຢູ່​ອາ​ເມ​ລິ​ກາ​​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ.ທ່ານ​ກ່າວ​ວ່າ,ຄຽງ​ຄູ່​ກັບການ​ພັດທະນາ​ເສດຖະກິດ​ຂອງຈີນ,ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ກັບ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍຂົງ​ເຂດ​,​ແລະ​ເຊື່ອ​ຫມັ້ນ​ວ່າ​ພຽງ​ແຕ່​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ເທົ່າ​ນັ້ນ,ຈຶ່ງ​ຈະ​ສາມາດ​ແກ້​ໄຂ​ບັນຫາຕ່າງ​ໆ​ເຊັ່ນ: ຄວາມຂັດ​ແຍ່ງ​ກັນ​ລະຫວ່າງ​ສອງ​ປະ​ເທດ​​ແລະ​​ການ​ຄ້າ​ບໍ່ດຸ່ນດ່ຽງກັນ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ