
ວັນທີ12ພະຈິກນີ້, ທ່ານຫູຈິນທ່າວ, ປະທານປະເທດຈີນທີ່ໄປເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊິຟິກຢູ່ຮາວາຍແຫ່ງອາເມລິກາໄດ້ພົບປະກັບທ່ານບາຣັກ ໂອບາມາ, ປະທານາທິບໍດີອາເມລິກາ. ສອງຝາຍໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການພົວພັນຈີນອາເມລິກາແລະບັນຫາພາກພື້ນກໍ່ຄືບັນຫາສາກົນທີ່ສອງຝ່າຍສົນໃຈຮ່ວມກັນ.