ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ

(GMT+08:00) 2011-11-13 12:01:09     cri
ວັນ​ທີ12ພະຈິກ​ນີ້, ຢູ່​ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ, ທ່ານ​ຫູ​ຈິນ​ທ່າວ, ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ໂນ​ດາ ​ໂຢຊີ​ຮີ​ໂກະ, ນາຍົກ​ລັດຖະ​ມົນ​ຕີ​ຍີ່ປຸ່ນ. ສອງ​ຝ່າຍ​ເປັນ​ເອກະ​ສັນ​ກັນ​ເຫັນ​ດີ​ສືບ​ຕໍ່​ຂະຫຍາຍ​ການ​ພົວພັນ​ຍຸດ​ທະ​ສາດ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຕື່ມ​ອີກ.

ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ, ການ​ພົວພັນ​ຈີນ​ຍີ່ປຸ່ນ​ເປັນໜຶ່ງ​ໃນ​ການ​ພົວພັນ​ສອງ​ຝ່າຍອັນ​ສຳຄັນ​ທີ່​ສຸດ​ສຳລັບ​ທັງ​ສອງ​ປະ​ເທດ​ຈີນ​ຍີ່ປຸ່ນ. ຈີນ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຂະ​ຫຍາຍ​ການ​ພົວພັນ​ຈີນ​ຍີ່ປຸ່ນ​ຈາກ​ລະດັບ​ສູງ​ທາງ​ດ້ານ​ຍຸດ​ທະ​ສາດ​ແລະ​ແງ່ທີ່​ຍາວ​ໄກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍຶດໝັ້ນ​ນະ​ໂຍບາຍ​ໄມຕີ​ຈິດ​ມິດ​ຕະພາບ​ກັບ​ຍີ່ປຸ່ນ. ຈີນ​ຍິນດີ​ຮ່ວມ​ກັບຍີ່ປຸ່ນ, ​ເພີ່ມ​ທະວີ​ການ​ສົນ​ທະ​ນາ, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ, ຊຸກຍູ້​ການ​ພົວ​ພັນ​ຍຸດ​ທະ​ສາດ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ, ຮ່ວມ​ກັນ​ຕ້ອນ​ຮັບ​ການ​ລະ​ລຶກການ​ພົວພັນ​ຈີນ​ຍີ່ປຸ່ນ​ຫັນ​ເປັນ​ປົກກະຕິ​ຄົບຮອບ​40ປີ​ໃນ​ປີໜ້າ.

ທ່ານ​ໂນ​ດາ ​ໂຢຊີ​ຮີ​ໂກະ​ກ່າວ​ວ່າ, ສອງ​ປະ​ເທດ​ຍີ່ປຸ່ນ​ຈີນ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ດິນ​ແດນ​ຕິດ​ຈອດ​ກັນ, ການ​ພົວພັນ​ດ້ານ​ເສດ​ຖະກິດ​ນັບ​ມື້​ນັບ​ໃກ້ຊິດ​ກວ່າ​ເກົ່າ. ການ​ພັດ​ທະ​ນາ​ຂອງ​ຈີນ​ເປັນ​ໂອກາດ​ອັນ​ສຳຄັນ, ການ​ພົວພັນ​ຍີ່ປຸ່ນ​ຈີນ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ສອງ​ປະ​ເທດ​ຍີ່ປຸ່ນ​ຈີນ​ກໍ່​ຄື​ທົ່ວ​ໂລກ. ຍີ່ປຸ່ນ​ຍິນ​ດີ​ສືບຕໍ່​ຮ່ວມ​ກັບ​ຈີນ​ທຳ​ຄວາມ​ພະຍາ​ຍາມ, ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ, ຂະ​ຫຍາຍ​ການ​ພົວພັນ​ຍຸດ​ທະ​ສາດ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ