ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ປະທານ​ປະ​ເທດ​ຫວຽດນາມ

(GMT+08:00) 2011-11-13 12:18:14     cri
ວັນ​ທີ12ພະຈິກ​ນີ້, ຢູ່​ໂຮ​ໂນ​ລູລູ, ​ເທດສະ​ບານ​ລັດ​ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ, ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເຈືອງເຕີນ​ຊາງ, ປະທານ​ປະ​ເທດ​ຫວຽດນາມ, ​ເພື່ອລົງເລິກ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບການ​ພົວພັນ​ຈີນ​ຫວຽດ​ນາມ​ແລະ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ, ​ແລະ​ໄດ້​ຕົກລົງ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ອັນ​ສຳຄັນ.

ທ່ານ​ຫູ​ຈີນທ່າວ​ຊີ້​ອອກ​ວ່າ, ​ແຕ່​ການ​ພົວພັນ​ຈີນ​ຫວຽດນາມ​ຫັນ​ເປັນ​ປົກກະຕິ​ເປັນ​ເວລາ​20ປີ​ຜ່ານມາ, ຜູ້ນຳ​ລະດັບ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ໄປມາຫາ​ສູ່​ກັນ​ຢ່າງ​ໃກ້ຊິດ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ໄດ້​ຮັບ​ປະສິດທິ​ຜົນ​ຢ່າງ​ຫຼວງ​ຫຼາຍ, ການ​ແລກປ່ຽນ​ບົດ​ຮຽນ​ດ້ານ​ການສ້າງ​ພັກ​ແລະ​ປົກຄອງ​ລັດ​ຖະບານ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ສອງ​ຝາຍ​ໄດ້​ຮັກສາ​ການ​ປະສານ​ສົມ​ທົບ​ກັນ​ໃນ​ວຽກ​ງານ​ສາກົນ​ກໍ່​ຄື​ພາກ​ພື້ນ, ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

ທ່ານ​ຫູ​ຈິນທ່າວ​ໄດ້​ມີ​ຂໍ້​ສະ​ເໜີ3ຂໍ້​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ຫວຽດນາມ, ຄື​ກ່ອນອື່ນ, ຍຶດໝັ້ນ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ​ຕື່ມ​ອີກ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ, ທີ2, ຍຶດໝັ້ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ມີ​ການ​ປະ​ຕິບັດ​ຕົວ​ຈິງ, ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປ​ະ​ໂຫຍ​ດ; ສຸດ​ທ້າຍ, ຍຶດໝັ້ນ​​ເປີດ​ກວ້າງ​ການ​ແລ​ກປ່ຽນ​ດ້ານ​ວັດທະ​ນະທຳ, ສ້າງ​ພື້ນ​ຖານອັນ​ແໜ້ນໜາ​ແຫ່ງ​ຄວາມ​ໄມຕີ​ຈິດ​ມິດຕະ​ພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

ທ່ານ​ເຈືອງເຕີນ​ຊາງ​ໄດ້​ຕາງໜ້າ​ພັກ​ແລະ​ລັດຖະ​ບານ​ຫວຽດນາມ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຂອງ​ຈີນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະກິດ​ສັງຄົມ, ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ຄອມ​ມູນິດ​ຈີນ, ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ