ຈີນ​ກ່າວ​ວ່າ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ຝ່າຍ

(GMT+08:00) 2011-11-13 14:18:48     cri
ວັນ​ທີ11​ພະຈິກ​ນີ້,ທ່ານ​ເສິນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ອົງ​ການ​ເອເປັກ​ທີ່​ຈັດ​ຂຶ້ນ​ຢູ່​ລັດ ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ​ໄດ້​ພົບປະກັບ​ທ່ານກິຕາ​ເວີຈາວັນ ລັດ​ຖະ​ມົນ​ຕີວ່າການກະຊວງ​ການ​ຄ້າອິນ​ໂດ​ເນ​ເຊຍ​ແລະ​ທ່ານ​ກິດ​ຕິຣັດ ນະຣະ​ນອງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ໄທ​ຕາມ​ລຳ​ດັບ.​ທ່ານ​ເສິນ​ເຕີ​ມິງ​ກ່າວ​ວ່າ​ພາຍ​ໃຕ້​ຂອບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ,ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ນັບ​ມື້​ນັບ​ເປີດ​ກວ້າງ​ອອກ​ແລະ​ແໜ້ນ​ແຟ້ນ​ກວ່າ​ເກົ່າ,​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ຝ່າຍ,​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຕ່າງໆ.

ທ່ານກິຕາເວີຈາວັນລັດຖະມົນຕີວ່າການກະຊວງການ​ຄ້າ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ອິນ​ໂດ​ເນ​ເຊຍ, ຍິນ​ດີ​ຕ້ອນ​ຮັບ​ນັກ​ທຸ​ລະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່ອິນໂດເນເຊຍ,ນີ້ຈະມີຜົນດີຕໍ່ການບັນລຸເປົ້າໝາຍການຄ້າດັ່ງກ່າວ.​

ທ່ານກິດຕິຣັດ ນະຣະນອງ ຮອງນາຍົກລັດຖະມົນຕີທັງເປັນ​ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ​ການ​ຄ້າ​ໄທ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ​ແກ່ໄທ​ໃນ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ.​ທ່ານ​ກ່າວ​ວ່າ,​ໄທ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ,​ວິ​ສາ​ຫະ​ກິດ​ຈີນ​ມີ​ບົດ​ຮຽນ​ຫຼວງ​ຫຼາຍ​ໃນ​ດ້ານ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ,​ທາງ​ຫຼວງ​ແລະ​ຂົວ,ໄທ​ຍິນ​ດີ ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ແລະ​ກໍ່​ສ້າງ​ໂຄງ​ການ​ເຫຼົ່າ​ນີ້​ຢູ່​ປະ​ເທດ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ