ທ່ານ​​ໂອ​ບາ​ມາ​ກ່າວ​ວ່າ,ພາກ​ພື້ນ​ອາຊີ​ປາຊີຟິກ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຟື້ນ​ຕົວ​ທາງ​ດ້ານ​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ

(GMT+08:00) 2011-11-13 14:22:05     cri
ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ12​ພະຈິກ​ນີ້​ວ່າ,ພາກ​ພື້ນ​ອາຊີ​ປາຊີ​ຟິກມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຟື້ນ​ຕົວ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ສ້າງ​ວຽກ​ເຮັດ​ງານທຳ​ຂອງ​ອາ​ເມ​ລິ​ກາ,ອາ​ເມ​ລິ​ກາ​ຈະຮ່ວມ​ມື​ກັບ​ອົງການ​ເສດຖະກິດ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ເສດຖະກິດ,ການ​ຄ້າ,​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ແລະ​ອື່ນໆ.

ທ່ານ​ໂອ​ບາ​ມາ​ກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການ​ຄ້າຂອງ​ອົງການ​ເອ​ເປັກ​​ໃນ​ມື້​ດຽວ​ກັນ​ວ່າ,​ເນື່ອງ​ຈາກ​ວ່າ​ເຂດ​ໃຊ້​ເງິນ​ເອີ​ໂຣພວມ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ,​ເສດຖະກິດ​ຂອງ​ພາກ​ພື້ນ​ເອີ​ລົບ​ຈະ​ບໍ່​ມີ​ການ​​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ພາຍ​ໃນ​ໄລຍະ​ອັນ​ສັ້ນໆ​ແລະ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ໂລກ,ພາຍ​ໃຕ້​ສະພາບ​ແນວ​ນີ້,ພາກ​ພື້ນ​ອາຊີ​ປາຊີ​ຟິກທີ່​ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ແລະ​ຍອດ​ປະ​ລິ​ມານ​ການ​ຄ້າ​ກວມ​ປະ​ມານ​ເຄິ່ງ​ໜຶ່ງ​ຂອງ​ໂລກ​ຈະ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ຟື້ນ​ຕົວ​ທາງ​ດ້ານ​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຫວັງ​ຢາກດຳ​ເນີນ​ການ​ຮ່ວມ​ມືຈາກ​ຫຼາຍ​ດ້ານ​​ກັບ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​,​ເພື່ອ​ຮັບ​ປະ​ກັນ​ການ​ປະ​ກອບ​ອາຊີບ,ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ,ຄວາ​ມຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ປາຊີ​ຟິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ