ປະ​ທາ​ນາ​ທິ​ບໍ​ດີ​ອີ​ຕາ​ລີ​ແຕ່ງ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ່​ໃຫມ່

(GMT+08:00) 2011-11-14 10:19:05     cri

ຕາມ​ຂ່າວສານ​ອານ​ຊີ​ຂອງອີ​ຕາ​ລີລາ​ຍງານ​ວ່າ:ວັນ​ທີ13 ພະຈິກ​ນີ້,ທ່ານ​ນາ​​ໂປໂພ​ລີ​ທາ​ໂນ,ປະທານາທິບໍດີ​ອີ​ຕາ​ລີ​ໄດ້​ແຕ່ງຕັ້ງທ່າ​ນມາ​ລີ​ໂອ ມອນ​ທີ ​ເປັນ​ນາຍົກລັດ ຖະມົນຕີຜູ່​ໃຫມ່,​ເພື່ອ​ຮັບຜິດຊອບ​ການ​ຈັດຕັ້ງ​ລັດຖະບານ​ຊົ່ວຄາວ.


ວັນ​ທີ13 ພະຈິກ​ນີ້,ທ່ານ​ນາ​ໂປ​ລີ​ ທາ​ໂນ​ພ້ອມ​ດ້ວຍ​ບັນດາຜູ່​ນຳຂອງ​ພັກ​ການ​ເມືອງ​ສຳຄັນ​ຕ່າງໆ​​ໃນ​ອີ​ຕາ​ລີ​ໄດ້​ຈັດກອງ​ປະຊຸມ​ປຶກສາ​ຫາລື​ຫຼາຍ​ຄັ້ງ,ພັກເສລີ​ປະຊາຊົນ​ທີ່​ເປັນ​ພັກ​ໃຫຍ່​ທີ່​ສຸດ​ໃນ​ສະພາ​ອີ​ຕາ​ລີ​​ແລະ​ພັກ​ປະຊາທິປະ​ໄຕ​ທີ່​ເປັນ​ພັກ ຝ່າຍ​ຄ້ານ​ໃຫຍ່​ທີ່​ສຸດ​ຂອງ​ອີ​ຕາ​ລີ​ລ້ວນ​ແຕ່ສະ​ແດງ​ຄວາມ​ສະຫນັບສະຫນູນ​ໃຫ້ທ່ານ​ມອນ​ທີ​ຈັດຕັ້ງ​ລັດຖະບານ​ຊຸດ​ໃຫມ່.


ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງກອງ​ປະຊຸມ,ທ່ານ​ມອນ​ທີ​ກ່າວ​ວ່າ,ອີ​ຕາ​ລີ​​ມີແຕ່​ສາມັກຄີກັນ​ເປັນ​ອັນ​ຫນຶ່ງ​ອັນ​ດຽວ​ກັນ​ເທົ່າ​ນັ້ນ,ຈຶ່ງ​ຈະ​ສາ​ມາດ​​​ເອົາຊະນະ​ວິ​ກິດ​ການ​​ໃນ​ປະຈຸ​ບັນນີ້,ອີ​ຕາ​ລີ​ທັງ​​ແມ່ນຫນຶ່ງ​ໃນ​ບັນຫາປະ​ເທດທີ່​ລິ​ເລີ່​ມສ້າງ​ຕັ້ງສະຫະພາບ​ເອີ​ລົບ​ຫຼື EU,ທັງ​ແມ່ນປະ​ເທດ​ສະມາຊິກ​ສຳຄັນ​ຂອງ​ສະຫະພາບ​ເອີ​ລົບ,ດ້ວຍ​ເຫດ​ນີ້,ອີ​ຕາ​ລີ​ຄວນ​ກາຍ​ເປັນ​ກຳລັງ​ທີ່ກະ​ຕຸ້ນ​ການ​ເຕີບ​ໂຕຂອງ EU,​ແຕ່​ບໍ່​ແມ່ນ​ປະ​ເທດອ່ອນ​ແອຂອງ EU.


ທ່ານ​ມາລີ​ໂອ ມອນ​ທີ​​​ເກີດ​ໃນປີ1943,ນັບ​ແຕ່​ປີ 1995 ຫາ​ປີ 2004,ທ່ານ​ໄດ້​ດຳ​ລົງ​ຕຳ​ແຫນ່​ງ​ເປັນ​ກຳມະການ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ຕະຫຼາດ​​ແລະ​ການ​ແຂ່ງ ຂັນ​ພາຍ​ໃນຂອງ​ສະຫະພາບ​ເອີ​ລົບ. ນັບ​ແຕ່​ປີ 2005ຮອດ​ປະຈຸ​ບັນ​ນີ້,ທ່ານ​ໄດ້​ດຳລົງຕຳ​ແຫນ່​ງ​ເປັນ​ອະທິການ​ບໍດີ​ຂອງ​ວິທະຍາ​ໄລການ​ຄ້າ​ໂບ​ໂຄ​ນີມິ​ລານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຢູ່​ອີ​ຕາ​ລີ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ