ກອງ​ປະຊຸມ​ສຸດ​ຍອດບໍ່​ເປັນ​ທາງ​ການAPECຄັ້ງ​ທີ19ຈັດ​ຂຶ້ນ

(GMT+08:00) 2011-11-14 10:27:00     cri
ຕອນ​ເຊົ້າ​ວັນ​ທີ13ພະຈິກ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມສຸດ​ຍອດ​ບໍ່​ເປັນ​ທາງ​ການຂອງ​ອົງການຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກ​ຫຼືAPECຄັ້ງ​ທີ19ໄດ້​ຈັດ​ກອງ​ປະຊຸມ​ໄລຍະ​ທີ1ຢູ່​ໂຮ​ໂນ​ລູໆລັດ​ຮາ​ວາຍ​ອາ​ເມ​ລິ​ກາ. ຜູ້ນຳ​​ແລະຜູ້​ຕາງໜ້າ​ທີ່​ມາ​ຈາກ​21ສະມາຊິກ​ຂອງ​ອົງການAPEC,​ເຊັ່ນ:ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ​​ແລະ​ຜູ້ນຳ​ທ່ານອື່ນໆ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

"​ເສດຖະກິດ​ພາກ​ພື້ນ​ທີ່​ພົວພັນ​ກັນຢ່າງ​ແໜ້ນ​ແຟ້ນ"​​ແມ່ນ​ຫົວ​ຂໍ້​ຫຼັກ​ຂອງ​ກອງ​ປະຊຸມ​ສຸດ​ຍອດບໍ່​ເປັນ​ທາງ​ການ​ຄັ້ງ​ນີ້. ​ໃນ​ກອງ​ປະຊຸມ​ໄລຍະ​ທີ1ທີ່​ຈັດ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ13ພະຈິກ​ນີ້,ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການຈະ​ເລີ​ນ​ເຕີບ​ໂຕ​ທາງ​ດ້ານເສດຖະກິດ​ຂອງ​ອົງການAPEC​​,ຫຼັງ​ຈາກ​ນັ້ນ​​ໄດ້ສົນທະນາ​ກັນ​ກັບ​ຜູ້ຕາງໜ້າ​ຂອງ​ຄະນະ​​ໃຫ້​ການ​ປຶກສາດ້ານ​ອຸດສາຫະກຳ​ການ​ຄ້າ​APEC,ຫົວ​ຂໍ້​ສົນທະນາ​ກ່ຽວ​ພັນ​ເຖິງ​ເສດຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ,ການ​ພັດທະ​ນາວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ,ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ແລະ​ອື່ນໆ. ​ໃນ​ງານ​ລ້ຽງ​ອາຫານທ່ຽງ​​ແລະ​ກອງ​ປະຊຸມ​ໄລຍະ​ທີ2,ຝ່າຍ​ຕ່າງໆ​ຍັງຈະປຶກສາ​ຫາລື​ກັນ​ກ່ຽວ​ກັບ​ແຜນການ​ຈັດ​ວາງ​ການ​ຮ່ວມ​ມື,ການ​ຄ້າ​ກາ​ນລົງທຶນ​ແລະ​ຫົວ​ຂໍ້​​ອື່ນໆ.

ທ່ານ​ຫູ​ຈິນທ່າວ​ໄດ້​ສະ​ແດງ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ສະພາບ​ການ​​ເສດຖະກິດ​ຂອງ​ໂລກ​ແລະຂອງ​ອາຊີ​ປາຊີ​ຟິກ,ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ມີຄວາມ​ເສລີແລະຄວາມ​ສະດວກ​,​​ເຕີບ​ໂຕ​ສີ​ຂຽວ,ການຈັດ​ວາງ​ແຜນການ​ການ​ຮ່ວມ​ມື​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ