ໄພ​ນ້ຳ​ຖ້ວມ​​ທີ່​ເກີດ​ຂຶ້ນຢູ່​ນະຄອນຫຼວງບາງກອກ​ຂອງ​ໄທມີ​ສະພາບ​ການທີ່ດີ​ຂຶ້ນ

(GMT+08:00) 2011-11-14 11:16:07     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ13ພະຈິກ​ນີ້, ທ່ານ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ​ໄພ​ນ້ຳ​ຖ້ວມຢູ່​ບາງ​ເຂດ​ໃນນະ​ຄອນ​ຫຼວງບາງ​ກອກ​ຂອງ​ໄທພວມ​ຄ່ອຍໆ​ມີ​ສະພາບ​​ດີ​ຂຶ້ນ,ລະດັບ​ໜ້ານ້ຳ​ຢູ່ຫຼາຍ​ເຂດ​​ໄດ້​ຫຼຸດ​ລົງ,​​​ເຂດ​ໃຈກາງ​ເມືອງຈະ​ບໍ່​ຖືກນ້ຳ​ຖ້ວມ. ລັດຖະບານ​​ໄດ້​ດຳ​ເນີນ "​ແຜນການ​ຟື້ນ​ຟູ​ປະ​ເທດ​ຄືນ​ໃໝ່",ດຳ​ເນີນ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພໂດຍ​ແບ່ງ​ເປັນ3ຂັ້ນ​ຕອນ.

"​ແຜນການ​ຟື້ນ​ຟູ​ປະ​ເທດ​ຄືນ​ໃໝ່"ທີ່​ແບ່ງ​ເປັນ3ຂັ້ນ​ຕອນ​ນັ້ນ​ລວມມີ:ມາດ​ຕະການ​ສຸກ​ເສີນ,ມາດ​ຕະການ​ໄລຍະ​ສັ້ນ​ແລະ​ມາດ​ຕະການ​ໄລຍະ​ຍາວ. ມາດຕະການ​ສຸກ​ເສີນ​​ແມ່ນ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ທີ່​ປະສົບ​ໄພ​ໃນ1ຫາ2​ເດືອນດ້ວຍ​ການ​ຕອບສະໜອງ​ເຄື່ອງ​ຊ່ວຍ​ເຫຼືອ,ການ​ບໍລິການ​ດ້ານ​ການ​ປິ່ນປົວ​ແລະ​ບ່ອນຢູ່​ອາ​ໄສ​ຊົ່ວຄາວ; ​ເວລາ​ກຳນົດ​ໃນ​ການ​ປະຕິບັດມາດ​ຕະການ​ໄລຍະ​ສັ້ນ​ແມ່ນ1ປີ,ຄື​ດຳ​ເນີນ​ມາດ​ຕະການ​ທົດ​ແທນ​ຕ່າງໆ​ໂດຍ​ໄວ​ເທົ່າ​ທີ່ມີ​ຄວາມ​ສາມາດ​​ເຮັດ​ໄດ້,ລວມທັງ​ກອບ​ກູ້​ແລະ​ປິ່ນປົວ​ຜູ້​ປະສົບ​ໄພ,ສະໜອງ​ເງິນ​ກູ້​,ການ​ປະກັນ​ໄພດ້ານ​ການ​ເງິນ​ແລະ​ອື່ນໆ; ​ແຜນການ​ໄລຍະ​ຍາວ​ແມ່ນ​ສ້າງ​ຄວາມ​ໝັ້ນ​ໃຈ​ຂອງ​ປະຊາຊົນ​ຄືນ​ໃໝ່,ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈຈາກ​ນັກ​ລົງທຶນ​ຕ່າງປະ​ເທດ,ຟື້ນ​​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ