ປະມຸກ​ລັດ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາກ່າວ​ວ່າ ຈະ​ພ້ອມກັນ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມືລະຫວ່າງ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ

(GMT+08:00) 2011-11-14 15:54:38     cri
ວັນ​ທີ12ພະ​ຈິກ​ນີ້, ທ່ານ​ຫູ​ຈິນທ່າວ,ປະທານ​ປ​ະ​ເທດ​ຈີນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນທາງ​ການຂອງ​ອົງການຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກ​ຫຼືAPECຄັ້ງ​ທີ19ຢູ່​ລັດຮາ​ວາຍ​ຂອງ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ກັບ​ທ່າ​ນບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ຢູ່​ໂຮ​ໂນ​ລູໆ. ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ກ່າວ​ວ່າ,ຈະ​ພ້ອມ​ກັນ​ ​ພະຍາຍາມ,ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງຈີນ​ອາ​ເມ​ລິ​ກາ​ໃຫ້ ຂະຫຍາຍ​​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.ທ່ານ​ຫູ​ຈິນທ່າວກ່າວ​ວ່າ:

"ດີ​ໃຈ​ຫຼາຍ​ທີ່​ໄດ້​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມAPECຢູ່​ລັດ​ຮາ​ວາຍ​ທີ່​ສວຍ​​ງາມ,​ແລະ​ມີ​ໂອກາດ​ພົບ​ປະ​ກັບທ່ານ​ປະທານາທິບໍດີ. ປະຈຸ​ບັນ,ສະຖານະ​ການ​ສາກົນ​ໄດ້​ມີ​ການຜັນ​ແປ​ໄປ​ຢ່າງ​ສັບສົນ​​ແລະເລິກ​ເຊິ່ງ,ຈີນ​ຄອງ​ຄອຍ​ຮັກສາ​ແລະ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ,​ເຄົາລົບ​ຄວາມ​ສົນ​ໃຈຂອງ​ສອງ​ຝ່າຍເຊິ່ງກັນ​​ແລະ​ກັນ,​ແກ້​ໄຂ​ບັນຫາ​ທີ່​ອ່ອນ​ໄຫວ​ຢ່າງ​ເໝາະສົມ,ຊຸກຍູ້​​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ພັດທະນາ​ຢ່າງຍືນ​ຍົງ​ແລະ​ໝັ້ນ​ທ່ຽງ."

ທ່ານ​ຫູ​ຈິນທ່າວ​ໄດ້​ສະ​ເໜີ​ຄວາມ​ເຫັນ3ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ,ກ່າວ​ເນັ້ນ​​ວ່າຈີນ-ອາ​ເມ​ລິ​ກາຄວນ​ເປັນ​ຄູ່​ຮ່ວມ​ມື​ທີ່​ເຄົາລົບ​ແລະ​​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະກັນ,ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,​ຮ່ວມ​ແຮງຮ່ວມ​ໃຈ​ກັນ. ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ໄປມາ​ຫາ​ສູ່​ກັນ​​ໃນລະດັບ​ສູງ​ແລະ​ການ​ສົນ​ທະນາການ​ປຶກສາ​ຫາລືກັນ​ໃນລະດັບ​ຕ່າງໆ​ແລະ​ຂົງ​ເຂດ​ຕ່າງໆ,ວິນິດ​ໄສ​​ເຈດ​ຈຳນົງ​ທາງ​ຍຸດ​ທະ​ສາດ​ແລະ​ທິດ​ທາງ​ນະ​ໂຍບາຍຂອງ​ສອງ​ຝ່າຍ​ຢ່າງ​ຍຸດຕິ​ທຳ​ແລະສົ​ມ​ເຫດ​ສົມ​ຜົນ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ທາງ​ຍຸດ​ທະ​ສາດຢ່າງ​ຍາວ​ນານ,ພ້ອມ​ກັນ​ນັ້ນ​ດຳ​ເນີນ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ຂອງ​ສອງ​ປະ​ເທດ​ຢ່າງ​ຕັ້ງໜ້າ. ​ເຄົາລົບ​ຜົນ​ປະ​ໂຫຍ​ດ​​ໃຈກາງ​ຂອງ​ສອງ​ປະ​ເທດ​ແມ່ນ​ຂໍ້​ກະ​ແຈໃນ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ.

ທ່ານ​ຫູ​ຈິນທ່າວ​ຍັງ​ໄດ້​ກ່າວ​ເຖິງ​ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ເງິນຕາ​ຂອງ​ຈີນ​ແລະ​ອື່ນໆ. ທ່ານ​ກ່າວ​ວ່າ, ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ເງິນ​ຕາຂອງ​ຈີນ​ແມ່ນ​ມີ​ຄວາມ​ຮັບ​ຜິດ​ຊອບ. ​ເປົ້າ​ໝາຍ​ແມ່ນ​ສ້າ​ງລະບົບ​ອັດຕາ​ແລ​ກປ່ຽນ​ເງິນ​ຕາ​ລອຍ​ຕົວທີ່​ມີ​ການ​ປັບ​ແລະ​ມີ​ການ​ຄຸ້ມ​ຄອງທີ່​ຖືການ​ສະໜອງ​​ແລະຄວາມ​ຕ້ອງການ​ຂອງ​ຕະຫຼາດ​ເປັນ​ພື້ນຖານ,​ແລະພິຈາລະນາ​​ເຖິງເງິນຕາ​​ເສລີຈຳນວນ​ທັງ​ໝົດ. ການ​ປະຕິ​ຮູບກົນ​ໄກ​ຈໍ່​ຕົວ​​ເປັນອັດຕາ​ແລກປ່ຽນ​ເງິນ​ຢວນຈີນຈະ​ສືບຕໍ່​ໄດ້​ຮັບ​ການ​ຊຸກຍູ້​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ.

​ໃນການເຈລະຈາ​ໃນ​ມື້​ດຽວ​ກັນ,ທ່ານ​​ໂອ​ບາ​ມາກ່າວ​ເນັ້ນ​ເປັນ​ພິ​ເສດ​ເຖິງ​ຄວາມ​ໝາຍ​ທີ່ສຳຄັນ​​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ.ທ່ານ​ກ່າວ​ວ່າ:
"ນີ້​ແມ່ນ​ການ​ເຈລະຈາ​ທີ່​ກວ້າງ​ຂວາງ​ຫຼາຍເທື່ອ​ໜຶ່ງ​ຫຼັງ​ຈາກ​ທ່ານປະທານ​ປະ​ເທດ​ຫູ​ຈິ​ນທ່າວ, ​ຢ້ຽມຢາມ​ວໍ​ຊິ​ງຕັນ​ທາງ​ລັດຖະກິດຢ່າງ​ສຳ​ເລັດ​ຜົນ​ແລ້ວ.​ໃນ​ຖານະ​ເປັນ2ປ​ະ​ເທດ​ແລະອົງ​ກອນ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ບໍ່​ພຽງ​ແຕ່​ມີ​ຄວາມ​ສຳຄັນ​ທີ່​ສຸດຕໍ່​ຄວາມ​ປອດ​​ໄພ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະຊາຊົນ​ສອງ​ຊາດເທົ່າ​ນັ້ນ,ຫາກ​ຍັງມີ​ຄວາມ​ໝາຍສຳຄັນທີ່​ສຸດ​ຕໍ່​ທົ່ວ​ໂລກອີກ​ດ້ວຍ."

ທ່ານ​ໂອບ​າມາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຍິນ​ດີ​ໃຫ້​ຈີນ​ເປັນ​ປະ​ເທດ​ທີ່​​ເຂັ້ມ​ແຂງ,ມີຜົນສຳ​ເລັດ,ຈະ​ເລີ​ນຮຸ່ງ​ເຮືອງ​ແລະມີ​ສະຖຽນ​ລະ​ພາບ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາກົນ,ອາ​ເມ​ລິ​ກາ​ເຄົາລົບ​ຜົນ​ປະ​ໂຫຍ​ດທີ່​ຊອບທຳຂອງ​ຈີນ​ຢູ່​ພາກ​ພື້ນ​ອາຊີ​ປີ​ຊີ​ຟິກ. ​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ໄຕ້​ຫວັນ,ທ່ານ​ໂອບ​າມາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ​​ໂດຍບົນ​ພື້ນຖານ​ແຈ້ງ​ການ​ຮ່ວມ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ3ສະບັບ,ບໍ່​ສະໜັບສະໜູນ "​ໄຕ້​ຫວັນ​ເປັນ​ເອກະລາດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ