ໄທ​ຮຽກຮ້ອງ​ໃຫ້​ອາ​ຊຽນປຶກສາ​ຫາລື​ການ​ສ້າງ​ກົນ​ໄກ​ຕ້ານ​ໄພ​ນໍ້າ​ຖ້ວມ

(GMT+08:00) 2011-11-14 17:02:47     cri

ຕາມຂ່າວສານ​ອັນ​ຕາ​ຣາອິນ​ໂດ​ເນ​ເຊຍ: ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ປະ​ເທດ​ສະມາ​ຊິກ​ອາ​ຊຽນ​ຈະອອກ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໄພ​ນໍ້າ​ຖ້ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທີ່​ຈະຈັດ​ຂຶ້ນ​ໃນ​ອາທິດ​ນີ້, ​ເພື່ອ​ສະ​ແດງ​ທ່າ​ທີ​ທີ່​ຮ່ວມ​ຈິດ​ຮ່ວມ​ໃຈ​ຮັບ​ມື​ກັບ​ໄພ​ນໍ້າຖ້ວມ​ອັນ​ຮ້າຍ​ແຮງ​ທີ່​ໄທ​ປະສົບ​ໃນ​ໄລຍະນີ້.

ພາຍ​ຫລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເພື່ອ​ກະ​ກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ໃນ​ວັນ​ທີ​13​ພະ​ຈິກ​ນີ້​ແລ້ວ, ທ່ານ ອາ​ດີ ປັດ​ໂມ ຊາ​ໂວ​ໂນ,​ເຈົ້າ​ໜ້າ​ທີ່ຮັບ​ຜິດ​ຊອບວຽກ​ງານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ອາ​ຊຽນ​ຂອງ​ກະຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຖະ​ແຫລ​ງການ​ຮ່ວມ​ດັ່ງ​ກ່າວ​ແມ່ນ​ປະ​ເທດ​ໄທ​​ເປັນ​ຜູ້ສະ​ເໜີ​ອອກມາ​, ​ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ຈາກ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ. ທ່ານ​ອາ​ເດ​ກ່າ​ວວ່າ, ຂໍ້​ສະ​ເໜີ​ນີ້​ແມ່ນ​ອີງ​ໃສ່​ບົດຮຽນ​ດ້ານ​ໄພ​ນໍ້າ​ຖ້ວມ​ຢູ່​ປະ​ເທດ​ໄທ​ໃນ, ຫວັງ​ວ່າ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ຈະ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ໃນ​ວຽກ​ງານຕ້ານ​ໄພ​ນໍ້າຖ້ວມ​ໃນ​ຕໍ່ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ