ກອງ​ປະຊຸມ​APECອອກຖະ​ແຫລ​ງການ​ໃຫ້​ຄໍາ​ໝັ້ນ​ສັນຍາ​ຈະ​ເພີ່​ມທະວີ​ການ​ຕິດ​ຕໍ່​ພົວພັນ​ດ້ານ​ເສດຖະກິດ​ພາກ​ພື້ນ

(GMT+08:00) 2011-11-14 17:05:26     cri

ວັນ​ທີ13​ພະ​ຈິກນີ້, ກອງ​ປະຊຸມສຸດ​ຍອດ​ບໍ່​ເປັນ​ທາງ​ການຂອງອົງການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ອາຊີ​ປາຊີ​ຟິກຫລືAPECຄັ້ງ​ທີ19​ໄດ້​ອອກ​ "​ຖະ​ແຫລງ​ການ​ໂຮ​ໂນ​ລູ​ລູ—ກ້າວ​ໄປ​ສູ່​ເສດ​ຖະ​ກິດ​ພາກ​ພື້ນ​ທີ່​ມີ​ການ​ຕິດ​ຕໍ່​ພົວ​ພັນ​ອັນ​ສະ​ໜິດ​​ແໜ້ນ", ​ພ້ອມ​ທັງ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ​ຈະ​ນໍາ​ໃຊ້​ມາດຕະການ​ທີ່​ມີ​ການ​ກະທໍາຕົວ​ຈິງ,​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ​ທີ່ມີ​ການ​ຕິດ​ຕໍ່​ພົວພັນ​ອັນ​ແໜ້ນ​ແຟ້ນ, ​ເຮັດ​ໃຫ້​ປະ​ເທດ​ສະມາຊິກ​ຕ່າງໆ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ຖະ​ແຫລ​ງການ​ຂຽນ​ວ່າ, ພາຍຫລັງ​ເສດ​ຖະກິດ​ໂລກ​ຊຸດ​ໂຊມ​ລົງ​​ແຕ່​ປີ​2008​ຫາ​ປີ2009, ການ​ຊຸກ​ຍູ້​ການ​ຄ້າ​ຫັນ​ເປັນ​ແບບ​ເສລີ​ມີ​ຄວາມ​ສໍາ​ຄັນ​ຫລາຍ​ຕໍ່ການ​ ຟື້ນ​ຟູ​ເສດ​ຖະ​ກິດ​ໂລກຢ່າງ​ຕໍ່​ເນື່ອງ. ໜ້າ​ທີ່ອັນ​ສໍາຄັນ​ທີ່​ສຸດ​ຂອງAPECຍັງ​ຈະ​ແມ່ນ​ຊຸກ​ຍູ້​ໃຫ້​ເສດຖະກິດ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ເປີດ​ກວ້າງ​ການ​ຄ້າ.

ໃນ​ຖະ​ແຫລ​ງການ, ປະ​ເທດ​ສະມາຊິກAPEC​ໄດ້​ກ່າວຢໍ້າວ່າ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ, ​ແລະ​ຮຽກຮ້ອງ​ໃຫ້​ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລະ​ດັບລັດ​ຖະມົນຕີຂອງ​ອົງການ​ການ​ຄ້າ​ໂລກ​ຄັ້ງ​ທີ8​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ທັນວາ​ໜ້າ​ນີ້, ​ໃຫ້ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການຄັດຄ້ານ​ລັດທິປົກ​ປ້ອງ​ການ​ຄ້າ, ​ບົນ​ພື້ນ​ຖານ​ຄໍາ​ໝັ້ນ​ສັນຍ​າຂອງ​ປະ​ເທດ​ສະມາ​ຊິກAPEC.

ຖະ​ແຫລ​ງການ​ຍັງ​ຂຽນ​ວ່າ, ສະມາຊິກAPEC​ຈະ​ສຸມ​ກໍາລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ກາ​ນບັນລຸ​ເປົ້າ​ໝາຍ​ຮ່ວມ​ທີ່​ເສດ​ຖະ​ກິດ​ເຕີບ​ໂຕ​ແບບ​ອະ​ນຸລັກ​ສິ່ງ​ແວດ​ລ້ອມ, ​ ເລັ່ງລັດ​ຂະ​ບວນ​ການ​ເສດຖະກິດທີ່​ລະບາຍ​ກາກ​ບອນ​ດີ​ອອກ​ສິດ​ຕໍ່າ,ໂດຍ​ຜ່ານ​ວິທີ​ຕ່າງໆ​ເຊັ່ນ,ການ​ເພີ່​ມທະວີ​ຄວາ​ມໝັ້ນຄົງ​ດ້ານ​ພະລັງງານ, ຊຸກ​ຍູ້​ການເຕີບ​ໂຕຂອງ​ເສດ​ຖະກິດ​ໃໝ່​, ​ເພີ່ມ​ທະວີ​ການ​ປະ​ກອບ​ອາ​ຊີບ​ແລະ​ອື່ນໆ, ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ເສດ​ຖະກິດ​ແລະ​ສິ່ງ​ແວດ​ລ້ອມ​ທີ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ພວມປະ​ເຊີນ​ໜ້າ​ໃນ​ປະຈຸ​ບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ