ປະທານ​ປະ​ເທດ​ຈີນ​ກ່າວ​ຄໍາ​ໄປ​ໄສ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການAPEC

(GMT+08:00) 2011-11-14 18:53:03     cri

ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຂອງ​ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫລື​APEC​ຄັ້ງ​ທີ19​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຮາ​ວາຍອາ​ເມ​ລິ​ກາ​ໃນ​ວັນ​ທີ13​ພະຈິກ​ນີ້. ທ່ານ​ຫູ​ຈີນ​ທ່າວ, ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ຄໍາ​ໄປ​ໄສ. ທ່ານ​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກAPEC​ຊຸກ​ຍູ້​ການ​ຫັນ​ການ​ລົງທຶນການ​ຄ້າ​ເປັນ​ແບບ​ເສລີ​ແລະ​ແບບ​ສະ​ດວກ​ຢ່າງ​ຮອບ​ດ້ານ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານການ​ພັດ​ທະນາ​ເສດຖະກິດ​​ແບບ​ອະ​ນຸລັກ​ສິ່ງ​ແວດ​ລ້ອມ, ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ອົງ​ປະກອບ​ເສດ​ຖະກິດ​ແລະ​ການ​ຮ່ວມ​ມື​ດ້ານລະບຽບ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ, ການ​ປຶກສາ​ຫາລື​ແລະ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ການ​ຄ້າ​ໃນ​ຕໍ່ໜ້າ​ມີ​ຜົນ​ດີ​ຕໍ່​ການ​ຊີ້​ນໍາ​ຂະ​ບວນການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ສາກົນ. ປະ​ເທດສະມາຊິກ​ຕ່າງໆ​ຄວນເພີ່​ມທະວີການ​ເຊື່ອມ​ໂຍງ​ແລະ​ການ​ກໍ່ສ້າງທາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ພາກ​ພື້ນ, ລົບ​ລ້າງ​ອຸປະ​ສັກທີ່​ກີດຂວາງ​ການ​ຈໍລະ​ຈອນ​ສິນຄ້າ​ແລະ​ບໍ​ລິການ, ​ເຮັດ​ໃຫ້ຕົ້ນ​ທຶນ​ຈໍລະ​ຈອນ​ຫລຸດລົງ.ພ້ອມ​ກັນ​ນັ້ນ, ຄວນ​ນໍາ​ໃຊ້​ມາດ​ຕະການ​ເພື່ອ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ເຊັ່ນ, ​ຄວາມ​ຫຍຸ້ງ​ຍາກ​ໃນ​ດ້ານ​ລະດົມ​ທຶນ​ເຂົ້າ​ໃນ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ແລະ​ອື່ນໆ. APEC​ຄວນ​ສືບ​ຕໍ່​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ເປົ້າ​ໝາຍ​ໂບ​ໂກ, ຊຸກ​ຍູ້​ການ​ຫັນ​ການ​ລົງ​ທຶນ​ການ​ຄ້າ​ໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ​ເປັນ​ແບບ​​ເສລີ​ແລະ​ແບບ​ສະ​ດວກຢ່າງ​ຮອບດ້ານ, ລົງ​ເລິກພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ​ເພີ່​ມທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ເຕັກ​ນິກ, ບັນ​ລຸ​ປະ​ເທດ​ສະມາຊິກ​ຕ່າງໆ​ພັດທະນາ​ຮ່ວມ​ກັນ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນ​ວ່າ, ​ໃນ​ຂະ​ບວນການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ພັດທະນາ​ເສດຖະກິດ​ແບບ​ອະນຸກລັກ​ສິ່ງ​ແວດ​ລ້ອມນັ້ນ, ປະ​ເທດ​ສະມາຊິກ​ຕ່າງໆ​ຄວນ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ເປົ້າ​ໝາຍ​ໂບ​ໂກ, ຄໍານຶງ​ເຖິງ​ສະ​ພາບ​​​ແຫ່ງ​ຊາດ​ແລະ​ຖານະ​ທີ່​ຕ່າງ​ກັນ​ລະຫວ່າງ​ປະ​ເທດ​ສະ​ມາ​ຊິກ​ທີ່​ພັດທະນາ​ແລ້ວ​ກັບ​ສະມາ​ຊິກ​ທີ່​ພວມ​ພັດ​ທະນາ, ຫລຸດກໍາ​ແພງ​ພາສີ​ແລະ​ບໍ່​ແມ່ນ​ພາສີ​ດ້ານ​ຜະລິດ​ຕະພັນ​ສິ່ງ​ແວດ​ລ້ອມ​ໃຫ້​ຕໍ່າລົງ, ​ເພີ່​ມທະວີ​ການ​ເຜີຍ​ແຜ່​ແລະການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ທີ່​ກ່ຽວຂ້ອງ​ດ້ານ​ບໍລິ​ການ​ແລະ​ຜະ​ລິດ​ຕະພັນ​ສິ່ງ​ແວດ​ລ້ອມ, ຊ່ວຍ​ເຫລືອ​ປະ​ເທດ​ສະ​ມາ​ຊິກ​ທີ່​ພວມ​ພັດ​ທະນາ​ພັດທະນາ​ຂະ​ແໜງ​ການ​ສິ່ງ​ແວດ​ລ້ອມ, ພະຍາຍາມ​ບັນລຸ​ການ​ຄ້າ, ສິ່ງ​ແວດ​ລ້ອມ​ແລະ​ການ​ພັດທະນາທີ່​ຕ່າງ​ຝ່າຍ​ຕ່າງ​ມີ ​ຜົນ​ປະ​ໂຫຍ​ດ, ຫລີກ​ເວັ້ນບໍ່​ໃຫ້​ເກີດ​ກໍາ​ແພງ​ດ້ານ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ອັນ​ໃໝ່. ນອກ​ນີ້, ​ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ຟື້ນ​ຟູ​ແລະ​ການ​ຄຸ້ມ​ຄອງ​ຢ່າງ​ຕໍ່​ເນື່ອງ​ຂອງ​ເນື້ອ​ທີ່ປ່າ​ໄມ້​ໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ແລະ​ຮ່ວມ​ກັນ​ເຮັດ​ໃຫ້​ລາຄາ​ຂອງ​ສິນ​ຄ້າ​ລາຍ​ໃຫຍ່​ມີ​ຄວາມ​ໝັ້ນ​ທ່ຽງ​ເຊັ່ນ​ພະ​ລັງ​ງານ​ແລະ​ອື່ນໆ, ປັບປຸງ​ອົງ​ປະກອບ​ຂອງ​ພະລັງງານ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນຂົງ​ເຂດ​ຕ່າງໆ​ເຊັ່ນ, ພະລັງງານ​ໃໝ່,ພະລັງງານໝູນ​ວຽນ, ການ​ປະຢັດ​ພະລັງງານ​ແລະ​ການ​ຫລຸດ​ການ​ບາຍ​ກາກ​ບອນ​ດີອອກ​ຊິດ​ແລະ​ອື່ນໆ.

ທ່ານ​ຫູ​ຈີນ​ທ່າວ​ຊີ້​ອອກ​ວ່າ, ປະ​ເທດ​ສະມາຊິກAPEC​ຄວນ​ອີງ​ໃສ່​ຫລັກ​ການ​ສະ​ໝັກ​ໃຈ,ສະ​ເໝີ​ພາບ, ດໍາ​ເນີນ​ໄປ​ເທື່ອ​ລະ​ກ້າວ, ຄ່ອງ​ແຄ້ວ​ແລະ​ມີ​ການ​ກະ​ທໍາ​ຕົວ​ຈິງ,​ເພື່ອ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ເຂດ​ສໍາ​ຄັນ​ດ້ານ​ການ​ປະ​ຕິ​ຮູບ​ອົງ​ປະກອບ​ເສດ​ຖະກິດ.  ຄວນ​ສ້າງລະບຽບ​ການ​ຕົກ​ລົງ​ນະ​ໂຍບາຍ​ທີ່​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ, ຊ່ຽວຊານ​ໃຫ້​ຄໍາ​ປຶກສາ, ການ​ປະ​ເມີນ​ຜົນຄວາມ​ສ່ຽງ, ກວດກາ​ທີ່​ຊອບ​ດ້ວຍ​ກົດ​ໝາຍ,​ ປຶກສາ​ຫາລື​ແລະ​ຕົກລົງ​ເປັນ​ໝູ່​ຄະນະ. ຄວນ​ດໍາ​ເນີນ​ກິດ​ຈະ​ກໍາ​ຕ່າງໆ​ເຊັ່ນ,ການ​ບໍາລຸງ​ສ້າງ​ຄວາມ​ສາມາດ​ໃນ​ການ​ແລກປ່ຽນ​ບົດຮຽນ​ແລະ​ອື່ນໆ, ຊ່ວຍ​ເຫລືອ​ປະ​ເທດ​ສະມາ​ຊິກ​ຕ່າງໆ​ປະຕິຮູບຮູບ​ແບບ​ພັດທະນາ​ເສດ​ຖະກິດ, ຫັນປ່ຽນ​ຮູບ​ແບບ​ພັດທະນາ​ເສດຖະກິດ, ຊຸກ​ຍູ້​ການ​ປະຕິ​ຮູບ​ລະ​ບົບ​ການ​ບໍລິຫານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ