ລັດຖະມົນຕີ​​ການ​ຄ້າ​ຈີນຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ປົກ​ປ້ອງ​ໝາກ​ຜົນ​ແຫ່ງ​ການ​ເຈລະຈາ​ຮອບ​ໂດ​ຮາ

(GMT+08:00) 2011-11-14 10:28:01     cri
ວັນ​ທີ11​ພະຈິກ​ນີ້, ທ່ານ​ເສິນ​ເຕີ​ໝິງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ຮຽກຮ້ອງ​ໃຫ້​ສະມາຊິກ​ອົງການ​ການ​ຄ້າ​ໂລກ ຈົ່ງ​ເບິ່ງ​ກວ້າງ​ມອງ​ໄກ, ຜ່ອນ​ສັ້ນ​ຜ່ອນ​ຍາວ​​ໃຫ້ກັນ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້ການ​ເຈລະຈາ​ຮອ​​ບ​ໂດ​ຮາ​ມີ​ຄວາມ​ຄືບ​ໜ້າ, ​ເພື່ອ​ຕໍ່ຕ້ານ​ແລະ​ຍົກ​ເລີກ​ລັດທິ​ປົກ​ປ້ອງ​ການ​ຄ້າ​ທຸກ​ຮູບ​ແບບ​ດ້ວຍ​ການ​ກະທຳ​ຕົວ​ຈິງ, ລະວັງ​ໃຊ້​ແລະ​ບໍ່​ໃຫ້ມີ​ການ​ນຳ​ໃຊ້​ມາດ​ຕະການ​ກອບ​ກູ້​ທາງ​ເສດຖະກິດ​​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ, ປ້ອງ​ກັນ​ບໍ່​ໃຫ້​ບັນຫາ​​ເສດຖະກິດ​ການ​ຄ້າ​ກາຍ​ເປັນ​ບັນຫາ​ການ​ເມືອງ.

​ວັນ​ທີ11​ພະຈິກ​ນີ້, ​ໃນ​ເວລາ​ທ່ານ​ເສິນ​ເຕີ​ໝິງ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ທີ23​ຂອງ​ອົງການ​ເອ​ເປັກ​ທີ່​ຈັດ​ຂຶ້ນ​ຢູ່​ເມື​ອງ​ໂຮ​ໂນ​ລູລູ ລັດຮາ​ວາຍ​ອາ​ເມ​ລິ​ກາ, ທ່ານ​ກ່າວ​ວ່າ, ສະໜັບສະໜູນ​ລະບຽບ​ການ​ການ​ຄ້າ​ຫຼາຍ​ຝ່າຍ, ຕໍ່ຕ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ, ​ແມ່ນ​ມູນ​ເຊື້ອ​ຂອງ​ອົງການ​ເອ​ເປັກ. ການ​ເຈລະຈາ​ຮອບ​ໂດ​ຮາ​ໄດ້​ດຳ​ເນີນ​ມາ​ເປັນ​10ປີ​ແລ້ວ, ອົງການ​ເອ​ເປັກ​​ໄດ້​ມີ​ຄວາມພະຍາຍາມມາ​ເປັນ​ເວລາ10​ປີ​ເພື່ອ​ການ​ເຈລະຈາ. ການ​ເຈລະຈາ​ຮອບ​ໂດ​ຮາ​ຄວນ​ຍຶດໝັ້ນ​ວັດຖຸ​ປະສົງ​ຂອງ​ຮອບ​ໂດ​ຮາ, ບໍ່​ໄກ​ຈາກ​ເປົ້າ​ໝາຍ​ພັດທະນາ; ຕ້ອງ​​ເຄົາລົບ​ການ​ມອບ​ສິດ​ດ້ານ​ການ​ພັດທະນາ​ຮອບ​ໂດ​ຮາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ບໍ່​ປ່ອຍປະ​ໝາກຜົນ​ຂອງ​ການ​ເຈລະຈາ​ໃນ10​ປີ​ທີ່​ຜ່ານ​ມາ; ບົນ​ພື້ນຖານ​ຂອງ​ໝາກຜົນ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ, ຕ່າງ​ຝ່າຍ​ຕ່າງເຂົ້າ​ໃຈ​ກັນ​ແລະ​ຫຼຸດ​ຜ່ອນ​ຄວາມ​​ເຫັນ​ທີ່​ຂັດ​ແຍ່ງ​ກັນ, ຈົນ​ວ່າ​ສາມາດ​ເຊັນ​ສັນຍາ​ໃນ​ທີ່​ສຸດ.

ທ່ານ​​ເສິນ​ເຕີ​ໝິງກ່າວ​ເຕືອນ​ວ່າ, ຖ້າວ່າ​ໃຊ້​ລັດ​ທິປົກ​ປ້ອງ​ການ​ຄ້າ​​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ, ຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ທາງ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກປະສົບ​ຄວາມ​ຫຍຸ້ງຍາກ, ທັງ​ເຮັດ​ໃຫ້​ເສດຖະກິດ​ໂລກ​ຊຸດ​ໂຊມ​ລົງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ