ຈີນ​ແລະ​ອາ​ຊຽນ​ເອົາ​ໃຈ​ໃສ່​ການ​ສ້າງ​ສີ​ຂຽວ​ໃນ​ຕົວ​ເມືອງ

(GMT+08:00) 2011-11-14 18:59:55     cri
ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ສ້າງ​ສີຂຽວ​ໃນ​ຕົວ​ເມືອງ​ຂອງຈີນ-ອາ​ຊຽນ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນີງ​ຂອງ​ຈີນ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້,​ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ຄຸ້ມ​ຄອງ​ປ່າ​ໄມ້​ພ້ອມ​ດ້ວຍ​ຜູ່​ຊ່ຽວ​ຊານ​ທີ່​ມາ​ຈາກ​ຈີນ​ແລະ​ບັນ​ດາ​ປະ​​ເທດ​ອາ​ຊຽນ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ອະ​ນຸ​ລັກ​ປ່າ​ສີ​ຂຽວ​ໃນ​ຕົວ​ເມືອງ​ພາຍ​ໃຕ້​ຄວາມ​ກົດ​ດັນ​ທີ່​ມາ​ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ການ​ເພີ່ມ​ຂຶ້ນ​ຂອງ​ພົນ​ລະ​ເມືອງ,​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ສີ​ຂຽວ​ໃນ​ຕົວ​ເມືອງ,​ສ້າງ​ຕົວ​ເມືອງ​ໃຫ້​ມີ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ໜ້ອຍ,​ແລະ​ສ້າງ​ຕົວ​ເມືອງ​ໃຫ້​ມີ​ສິ່ງ​ແວດ​ລ້ອມ​ທີ່​ດີ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຄົນ.

ປະຈຸ​ບັນ​ນີ້,ການ​ສ້າງສີຂຽວໃນ​ຕົວ​ເມືອງ​ໄດ້​ກາຍ​ເປັນຈຸດ​ສຸມ​ອັນ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະ ຫວ່າງ​ຈີນ​ກັບ​ອາ​ຊຽນ.​"ຖະ​ແຫຼງ​ການ​ນານ​ນີງ"​ທີ່​ຜ່ານ​ການ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ເທື່ອ​ນີ້​ຮຽກ​ຮ້ອງ​ໃຫ້​ເອົາ​ໃຈ​ໃສ່​ການ​ເພີ່ມ​ສີ​ຂຽວ​ໃນ​ຕົວ​ເມືອງ​ໃນ​ລະ​ດັບ​ສູງ,​ແລະ​ຈັດ​ເອົາ​ວຽກ​ງານ​ສ້າງ​ປ່າ​ສີ​ຂຽວ​ໃນ​ຕົວ​ເມືອງ​ເຂົ້າ​ໃນ​ເນື້ອ​ໃນ​ສຳ ຄັນ​ແຫ່ງ​ການ​ພັດ​ທະ​ນາ​ຕົວ​ເມືອງ.
ເປົ້າ​ໝາຍ​ອະ​ນາ​ຄົດ​ໃນ​ປີ​2020​ຂອງ​ອາ​ຊຽນ​ແມ່ນ​ສ້າງ​ໃຫ້​ອາ​ຊຽນ​ເປັນ​ສີ​ຂຽວ​ແລະ​ສະ​ອາດ.​ເຈົ້າ​ໜ້າ​ທີ່​ຂອງ​ໄທ​ທີ່​ເຂົ້າ​ກອງ​ປະ​ຊຸມ​ສະ​ເໜີ​ວ່າ,​ຈີນ​ແລະ​ອາ​ຊຽນ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,​ຄົ້ນ​ຄວ້າ​ພັດ​ທະ​ນາ​ເວ​ທີ​ການ​ຮ່ວມ​ມື​ທາງ​ອິນ​ເຕີ​ເນັດ,​ພັດ​ທະ​ນາ​ຕົວ​ເມືອງ​ທີ່​ມີ​ຊີ​ວະ​ພາບ​ແບບ​ຍືນ​ຍົງ​ແລະ​ມີ​ສິ່ງ​ແວດ​ລ້ອມ​ທີ່​ດີ​ໃນ​ການ​ດຳ ລົງ​ຊີ​ວິດ​ຂອງ​ຄົນ.

​ຫົວໜ້າ​ກົມ​ປ່າ​ໄມ້​,ກະຊວງ​ກະສິກຳ​ປ່າ​ໄມ້​ແລະ​ການ​ປະມົງຂອງ​ກຳປູ​ເຈຍ​ທີ່​ມາ​ເຂົ້າຮ່ວມ​ກອງປະຊຸມ​ຊີ້​ອອກ​ວ່າ,​ບັນ​ດາ​ປະ​ເທດ​ຄວນ​ຮ່ວມ​ມື​ກັນ​ເພື່ອ​ຫຼຸດ​ຜົນ​ກະ​ທົບ​ທີ່​ມີ​ຕໍ່​ດິນ​ຟ້າ​ອາ​ກາດ​ຍ້ອນ​ການ​ພັດ​ທະ​ນາ​ຕົວ​ເມືອງ.​ທ່ານ​ສະ​ເໜີ​ໃຫ້​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ສານ​ສົມ​ທົບ​ໃນ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ,​ໂດຍ​ສະ​ເພາະ​ໃນ​ດ້ານ​ການ​ນຳ​ໃຊ້​ເຊື້ອ​ໄຟ​ຊີ​ວະ​ພາບ,​ສອງ​ຝ່າຍ​ມີ​ຊ່ອງ​ທາງ​ໃນ​ການ​ຮ່ວມ​ມື​ຢ່າງ​ກວ້າງ​ຂວາງ.

ທ່ານ​ສີ​ລາ​ວັນ,ຫົວໜ້າ​ກົມ​ປ່າ​ໄມ້​,​ກະຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້​ຂອງ​ລາວ​ກ່າວ​ວ່າ, ລາວ​ໄດ້​ດຶງ​ດູດ​ການ​ລົງ​ທຶນ​ນັບ​ມື້​ນັບ​ຫຼາຍ,​ແຕ່​ວຽກ​ງານ​ອະ​ນຸ​ລັກ​ເດີ່ນ​ຫຍ້າ​ແລະ​ສວນ​ສາ​ທາ​ລະ​ນະ ໃນ​ຕົວ​ເມືອງ​ພັດ​ນັບ​ມື້​ນັບ​ຫຍຸ້ງ​ຍາກ.​ດ້ວຍ​ເຫດ​ນີ້,​ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ​ໄດ້​ເພີ່ມ​ທະ​ວີ​ການ​ປູກ​ຫຍ້າ​ແລະ​ສ້າງ​ສວນ​ສາ​ທາ​ລະ​ນະ​ເພີ່ມ​ເນື້ອ​ທີ່​ສີ​ຂຽວ​ໃຫ້​ຫຼາຍ​ຂຶ້ນ,​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ທີ່​ຕົວ​ເມືອງ​70%​ປົກ​ຫຸ້ມ​ດ້ວຍ​ສີຂຽວ​ໃນ​ປີ​2020.

ຜູ່​ຊ່ຽວຊານ​ຈາກ​ຟິລິບ​ປິນສະ​ເໜີ​ວ່າ,ການ​ກຳນົດ​ນະ​ໂຍບາຍ​ເພື່ອ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ເອ​ກະ​ຊົນ​ລົງ​ທຶນ​ເຂົ້າ​ໃນ​ການ​ປູກ​ຫຍ້າ​ສ້າງ​ປ່າ​ສີ​ຂຽວ,​ວາງ​ລະ​ບຽບ​ການ​ດ້ວຍ​ການ​ໃຫ້​ລາງ​ວັນ​ແລະ​ປັບ​ໄໝ,​ແບ່ງປັນ​ເນື້ອທີ່​ດິນ​ຕາມ​ຈຸດ​ປະ​ສົງ​ການ​ນຳ​ໃຊ້,​ຖອດ​ຖອນ​ບົດ​ຮຽນ​ຈາກ​ສິງ​ກະ​ໂປ​ແລະ​ປະ​ເທດ​ໄທ​ໃນ​ການ​ສ້າງ​ທັດ​ສະ​ນີ​ຍະ​ພາບ​ທີ່​ມີ​ສີຂຽວ​ໃຫ້​ກາຍ​ເປັນ​ສີ​ສັນ​ຕົວ​ເມືອງ.

ທ່ານ​ຈ້າວ​ຊູ້​ຊົງ,ຮອງ​ຫົວໜ້າ​ກົມ​ປ່າ​​ໄມ້ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​ຍິນ​ດີ​ຕັ້ງໜ້າ​ຖອດ​ຖອນ​ບົດ​ຮຽນ​ທີ່​ສຳ​ເລັດ​ຜົນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ,​ເຊິ່ງ​ລວມ​ທັງ​ປະ​ເທດ​ຕ່າງໆ​ອາ​ຊຽນ,​ຊຸກ​ຍູ້​ວຽກ​ງານ​ໃນ​ການ​ສ້າງ​ສີ​ຂຽວ​ໃນ​ຕົວ​ເມືອງ​ຕື່ມ​ອີກ.​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ,​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ສີ​ຂຽວ​ໃນ​ຕົວ​ເມືອງ,​ສ້າງ​ປ່າ​ສີ​ຂຽວ​ທີ່​ກວ້າງ​ຂວາງ​ແລະ​ສວຍ​ງາມ​ກວ່າ​ເກົ່າ​ໃຫ້​ແກ່​ມວນ​ມະ​ນຸດ,​ເຮັດ​ໃຫ້​ປ່າ​ໄມ້​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ດີ​ຕໍ່​ມວນ​ມະ​ນຸດ​ໄດ້​ຕະ​ຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ