ທ່ານ​ໂອ​ບາ​ມາ​ກ່າວ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຂອງ​ອົງ​ການ​ອາ​ເປັກ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ດ້ານ

(GMT+08:00) 2011-11-14 19:34:03     cri
ວັນ​ທີ13​ພະຈິກ​ນີ້,ຢູ່​​ໂຮ​​ໂນ​ລູ​ລູ,​ເທດສະບານລັດ​ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ,​ທ່ານ​ບາ​ຣັກ ​ໂອ ບາ​ມາ,​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຄັ້ງ​ທີ​19​ຂອງ​ອົງ​ການ​ອາ​ເປັກ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ດ້ານ​ເປັນ​ຕົ້ນ​ແມ່ນ :ການ​ເປີດ​ກວ້າງ​ການ​ຄ້າ,​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຢ່າງ​ບໍ່​ມີ​ມົນ​ລະ​ພິດ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ລະ​ບຽບ​ການ​ດັ່ງ​ນີ້​ເປັນ​ຕົ້ນ.

​​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນພາຍຫຼັງກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຄັ້ງນີ້​ອັດ​ລົງ​ແລ້ວ,​ທ່ານ​​ໂອ​ບາ​ມາ​ກ່າວ​ວ່າ,​ຜູ່​ນຳ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ອາ​ເປັກ​ໄດ້ ປິ່ນ​ອ້ອມ​ຫົວ​ຂໍ້​ຫຼັກ​ທີ່​ວ່າ​"ເສດ​ຖະ​ກິດ​ພາກ​ພື້ນ​ທີ່​ພົວ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ"​ນັ້ນ,​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫຼາຍ​ບັນ​ຫາ,​ເປັນ​ຕົ້ນ​ວ່າ:​ການ​ລົງ​ເລິກ​ຂະ​ບວນ​ການ​ສ້າງ​ເສດ​ຖະ​ກິດ​​ພາກ​ພື້ນ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ,​ການ​ເປີດ​ກວ້າງ​ການ​ຄ້າ,​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຢ່າງ​ບໍ່​ມີ​ມົນ​ລະ​ພິດ​ແລະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ລະ​ບຽບ​ການ,​ຍັງ​ໄດ້​ວາງ​ມາດ​ຕະ​ການ​ໃໝ່​ໃນ​ຫຼາຍ​ດ້ານ,​ຄື:​ການ​ຍົກ​ສູງ​ສະ​ມັດ​ຖະ​ພາບ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ,​ແລະ​ຍົກ​ສູງ​ຄວາມ​ສະ​ດວກ​ໃນ​ການ​ທ່ອງ​ທ່ຽວ​ດັ່ງ​ນີ້​ເປັນ​ຕົ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ເນັ້ນວ່າ,​ເອີຣົບຍັງ​ພວມ​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ຈາກ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ,​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຍັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ,​ຕະ​ຫຼາດ​ອາ ຊີ​ປາ​ຊິ​ຟິກ​ມີ​ຄວາມ​ໝາຍ​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່​ອາ​ເມ​ລິ​ກາ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໃຫ້​ການ​ຄ້າ​ຂາ​ອອກ​ເພີ່ມ​ຂຶ້ນ​1​ເທົ່າ​ພາຍ​ໃນ​5​ປີ​ແລະ​ເຮັດ​ໃຫ້​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ເລັ່ງ​ໄວ​ຂຶ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຊົມ​ເຊີຍ​ຈີນ​ທີ່ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​​ເຂັ້ມ​ແຂງ​ຂຶ້ນ​ໂດຍ​ສັນ​ຕິ,​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຫຼາຍ​ທາງ​ດ້ານ​ເສດ​ຖະ​ກິດ​ສອດ​ຄ່ອງ​ກັບ​ຜົນ​ປະ​ ໂຫຍດ​ຂອງ​ອາ​ເມ​ລິ​ກາ,ອາ​ເມ​ລິ​ກາ​ຈີນ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫຼາຍຂົງ​ເຂດ.

ເມື່ອ​ກ່າວ​ເຖິງ​ບັນຫາ​ນິວ​ເຄຼຍຂອງ​ອີຣານ,ທ່ານ​​ໂອ​ບາ​ມາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ເດັດ​ດ່ຽວ​ຄັດ​ຄ້ານ​ອີ​ຣານ​ມີ​ອາ​ວຸດ​ນິວ​ເຄຼຍ​ໄວ້​ໃນ​ຄອບ​ຄອງ,​ເຫັນ​ວ່າ,​ອີ​ຣານ​ທີ່​ປອດ​ນິວ​ເຄຼຍ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຄົມ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ