ເຫດ​ການ​ລະ​ເບີດ​ຢູ່​ລັດ​ກາ​ຊິນ​ຂອງ​ມຽນ​ມາ​ເຮັດ​ໃຫ້​ມີ​ຜູ່​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ10ຄົນ

(GMT+08:00) 2011-11-14 19:38:05     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ14​ພະຈິກ​ນີ້,​ເຈົ້າໜ້າ​ທີ່​ມຽນມາ​ກ່າວ​ວ່າ,​ເຫດການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ມິດ​ກີ​ນາ,​ເທດ​ສະ​ບານ​ລັດ​ກາ​ຊິນ​ຂອງ​ມຽນ​ມາ​ໃນ​ຕອນ​ຄ່ຳ​ວັນ​ທີ​13​ພະ​ຈິກ​ນີ້,​ເຮັດ​ໃຫ້​ມີ​ຜູ່​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​10​ຄົນ,​ແລະ​ໄດ້​ຮັບ​ບາດ​ເຈັບ​23​ຄົນ,​ໃນ​ນັ້ນ​ມີ​3​ຄົນ​ບາດ​ເຈັບ​ໜັກ.

ອີງ​ຕາມ​ໜັງ​ສື​ພິມ​ນິວ​​ໄລ​ທ໌​ຂອງ​ມຽນ​ມາ​ສະ​ບັບ​ລົງ​ພິມ​ໃນ​ວັນ​ທີ​14​ພະ​ຈິກ​ນີ້​ວ່າ,​ກ່ອນ​ໜ້າ​ນີ້​ຄື​ໃນ​ວັນ​ທີ​12​ພະ​ຈິກ​ນີ້,​ກໍ່​ມີ​ເຫດ​ການ​ລະ​ເບີດ​ຢູ່​ເມືອງ​ມິດ​ກີ​ນາ,​ແຕ່​ບໍ່​​ມີ​ຄົນ​ເສຍ​ຊີ​ວິດ​ຫຼື​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ