ສະມາຊິກ​ສະພາ​ຈຳນວນ​ໜຶ່ງ​ຂອງ​ອີຣານຫວັງ​ໃຫ້​ລັດຖະບານ​ປະ​ເມີນ​ການ​ຮ່ວມ​ມື​ກັບ​IAEA​ຄືນ​ໃໝ່

(GMT+08:00) 2011-11-14 19:40:58     cri
ໃນ​ກອງ​ປະຊຸມ​​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ13​ພະ​ຈິກ​ນີ້,​ສະ​ມາ​ຊິກ​ສະ​ພາ​ຈຳ​ນວນ​ໜຶ່ງ​ຂອງ​ອີ​ຣານ​ກ່າວ​ວ່າ,​ຫວັງ​ໃຫ້​ລັດ​ຖະ​ບານ​ປະ​ເມີນ​ການ​ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຫຼື​IAEA ຄືນ​ໃໝ່.

ທ່ານ​ອາລີ ລາຣີຈາ​ນີ,ປະທານລັດ​ຖະສະພາອີຣານກ່າວ​ວ່າ,ບົດ​ລາຍ​ງານ​ສະ​ບັບ​ຫຼຸ້າ​ສຸດ​ກ່ຽວ​ກັບ​ແຜນ​ການ​ນິວ​ເຄຼຍ​ຂອງ​ອີ​ຣານ​ແມ່ນ​ຜະ​ລິດ​ຕະ​ພັນ​ທີ່​ສ້າງ​ຂຶ້ນ​ໂດຍ​ການ​ມອບ​ໝາຍ​ຈາກ​ອາ​ເມ​ລິ​ກາ​ແລະ​ອິດ​ສະ​ລະ​ແອນ,​ອີ​ຣານ​ຄວນ​ປະ​ເມີນ​ການ​​ຮ່ວມ​ມື​ກັບ​ອົງ​ການ​IAEA​ຄືນ​ໃໝ່.

ສະມາຊິກ​ສະພາ​ຈຳນວນ​ໜຶ່ງ​ກ່າວ​ວ່າ,ຖ້າວ່າ​ອົງການ​ພະລັງງານ​ປະ​ລະ​ມາ​ນູ​ສາ​ກົນ​ບໍ່​ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​ແລະ​ເຮັດ​ໃຫ້​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ​ຫັນ​ເປັນ​ບັນຫາ​ການ​ເມືອງ,​ອີ​ຣານ​ກໍ່​ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ຢູ່​ເຂົ້າ​ຮ່ວມ​ອົງ​ການ​ນີ້​ຕໍ່​ໄປ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ