ເອ​ຢິບ​ເດັດ​ດ່ຽວ​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ພາຍ​ນອກ​ເຂົ້າ​ແຊກ​ແຊງ​ບັນ​ຫາ​ຊີ​ຣີ

(GMT+08:00) 2011-11-14 19:43:49     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ13​ພະຈິກ​ນີ້,ທ່ານ​ໂມ​ຮາ​ເມັດ ຄາ​ເມ​ວ ອາ​ມ,ລັດຖະມົນຕີ ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເອ​ຢິບ​ກ່າວ​ເນັ້ນ​ວ່າ,​ເອ​ຢິບ​ເດັດ​ດ່ຽວ​ຄັດ​ຄ້ານ​ທຸກ​ອິດ​ທິ ກຳ​ລັງ​ພາຍ​ນອກ​ແລະ​ໃນ​ນາມ​ໃດໆ​ເຂົ້າ​ແຊກ​ແຊງ​ບັນ​ຫາ​ຊີ​ຣີ​.ທ່ານ​ກ່າວ​ເນັ້ນ​ວ່າ,​ຄວາມ ​ເປັນ​ເອ​ກະ​ພາບ​ຂອງ​ຊີ​ຣີ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ​ທີ່​ທຸກ​ຝ່າຍ​ຕ້ອງ​ປົກ​ປັກ​ຮັກ​ສາ.

ທ່ານ​ຄາ​ເມ​ວ ອາມ​ຮຽກຮ້ອງ​ໃຫ້​ຊີຣີ​ໃຫ້​ຄຳ​ຕອບ​ຄືນ​ຕໍ່​ຄວາມ​ພະຍາຍາມ​ຂອງ​ບັນດາ​ຝ່າຍ​ອາ​ຣັບ,​ເລັ່ງ​ລັດ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ຂອງ​ຂໍ້​ລິ​ເລີ່ມ​ອາ​ຣັບ,​ຫຼີກ​ເວັ້ນ​ບໍ່​ໃຫ້​ຖາ​ນະ​ຂອງ​ຊີ​ຣີ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສັນ​ນິ​ບາດ​ປະ​ເທດ​ອາ​ຣັບ​ນັ້ນ​ຖືກ​ງົດ​ໄວ້
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ