ຈີນ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ໝາກ​ຜົນ​ທີ່​ໄດ້​ຮັບ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເປັກ

(GMT+08:00) 2011-11-14 20:06:33     cri
ວັນ​ທີ13​ພະ​ຈິກ​ນີ້,ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຂອງ​ອົງການ​ອາ​ເປັກ​ຄັ້ງ​ທີ​19​ຈັດ​ຂຶ້ນ​ຢູ່​ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ.​ໃນ​ມື້​ດຽວ​ກັນ,​ທ່ານ​ມາ​ຈ່າວ​ຊູ້,​ໂຄ​ສົກ​ຄະ​ນະ​ຜູ່​ແທນ​ຈີນ​ກ່າວ​ວ່າ,​ສະ​ມາ​ຊິກ​ຕ່າງໆ​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ,​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ສະ​ເໝີ​ພາບ,​ຊຸກ​ຍູ້ ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ດີ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ສະ​ໝ່ຳ​ສະ​ເໝີ​ກັນ,​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຫຼັກ​ການ​ຂອງ​ອົງ​ການ​ອາ​ເປັກ​ທີ່​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ເປັນ​ເອກະ​ສັນ ກັນ.

ທ່ານ​ມາ​ຈ່າວ​ຊູ້ກ່າວ​ວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ໝາກຜົນ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ສະ​ແດງ​ອອກ​ໃນ​4​ດ້ານ​ຄື​:ການ​ລົງ​ເລິກ​ເຮັດ​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ການ​ເປີດ​ກວ້າງ​ການ​ຄ້າ,​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຢ່າງ​ບໍ່​ມີ​ມົນ​ລະ​ພິດ,​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ,​ພ້ອມ​ດ້ວຍ​ການ​ຮ່ວມ​ມື​ແລະ​ເຊື່ອມ​ຕໍ່​ກັນ​ທາງ​ດ້ານ​ລະ​ບຽບ​ການ.​ເອ​ກະ​ສານ​ຕ່າງໆ​ທີ່​ຜ່ານ​ໃນ​ກອງ​ປະ​ຊຸມ​ເທື່ອ​ນີ້​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ການ​ປະ​ດິດ​ສ້າງ​ນະ​ໂຍ​ບາຍ​ແລະ​ການ​ພັດ​ທະ​ນາ​ຂອງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ,​ແລະ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ການ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ. "ຖະ​ແຫຼງ​ການ​ຂອງ​ຜູ່​ນຳ​ອາ​ເປັກ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ສິ່ງ​ແວດ​ລ້ອມ​ພ້ອມ​ດ້ວຍ​ການ​ຄ້າ​ແລະ​ການ​ລົງ​ທຶນ​ທາງ​ດ້ານ​ການ​ບໍ​ລິ​ການ"​ທີ່​ຜ່ານ​ການ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້,​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ອົງ​ການ​ອາ​ເປັກ​ໃນ​ດ້ານ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ການ​ຫັນ​ການ​ບໍ​ລິ​ການ​ເປັນ​ແບບ​ເສ​ລີ,​ຍັງ​ໄດ້​ພິ​ຈາ​ລະ​ຈາ​ເຖິງ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ອົງ​ກອນ​ເສດ​ຖະ​ກິດ​ຕ່າງໆ,​ແມ່ນ​ໝາກ​ຜົນ​ແຫ່ງ​ການ​ປຶກ​ສາ​ຫາ​ລື​ຢ່າງ​ເປັນ​ເອ​ກະ​ສັນ​ກັນ​ຂອງ​ສະ​ມາ​ຊິກ​ຕ່າງໆ.

ທ່ານ​ມາ​ຈ່າວ​ຊູ້​ກ່າວ​ວ່າ,ກອງ​ປະຊຸມ​ເຫັນ​ດີ​ຖື​ການຫຼຸດຄວາມ​ແຮງ​ດ້ານ​ພະລັງງານ​ທັງ​ໝົດ​ຂອງ​ເຂດ​ອົງ​ການ​ອາ​ເປັກ​ລົງ​45%​ໃນ​ປີ​2035​ເປັນ​ເປົ້າ​ໝາຍ,​ບໍ່​ພຽງ​ແຕ່​ໄດ້​ສ່ອງ​​ແສ​ງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ໜາ​ດ້ານ​ການ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ມີ​ມົນ​ລະ​ພິດ​ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,​ຍັງ​ໄດ້​ເນັ້ນ​ໜັກ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ລະ​ຫວ່າງ​ສະ​ມາ​ຊິກ​ຕ່າງໆ,​ສະ​ທ້ອນ​ໃຫ້​ເຫັນ​ຫຼັກ​ການ​ທີ່​ເປັນ​ເຈົ້າ​ຕົນ​ເອງ,​ສະ​ໝັກ​ໃຈ,​ບໍ່​ຈຳ​ກັດ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ແຕ່​ບໍ່​ຄື​ກັນ.

ທ່ານ​ມາ​ຈ່າວ​ຊູ້​ກ່າວ​ວ່າ,​ເຖິງ​ວ່າ​ກ່ອນ​ກອງ​ປະຊຸມ,ບັນດາ​ສະມາຊິກ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ບັນຫາ​ຈຳນວນ​ໜຶ່ງ​ກໍ່​ຕາມ,​ແຕ່​ຫຼາຍ​ຝ່າຍ​ສາ​ມາດ​ຄຳ​ນຶງ​ເຖິງ​ນ້ຳ​ໃຈ​ຂອງ​ອົງ​ການ​ອາ​ເປັກ​ທີ່​ເປັນ​ເຈົ້າ​ຕົນ​ເອງ,​ສະ​ໝັກ​ໃຈ​ແລະ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ເປັນ​ເອ​ກະ​ສັນ​ກັນ​ນັ້ນ,​ຜ່ານ​ການ​ປຶກ ສາ​ຫາ​ລື​ກັນ,​ແລະ​ບົນ​ພື້ນ​ຖານ​ທີ່ຄຳນຶງ​ເຖິງ​ລະດັບ​ການ​ພັດ​ທະ​ນາ​ແລະ​ຄວາມ​ເອົາ​ໃຈ​ໃສ່ທີ່​ຕ່າງ​ກັນ​ຂອງ​ສະ​ມາ​ຊິກ​ຕ່າງໆ​ຢ່າງ​ເຕັມ​ທີ່,​ຊຸກຍູ້​​ໃຫ້​ກອງ​ປະຊຸມ​ໄດ້​ຮັບ​ໝາກ​ຜົນ​ທີ່​ສະ​ໝ່ຳ ສະ​ໝີ​ກັນ​ແລະ​ຕິດ​ແທດ​ຕົວ​ຈິງ​ທີ່​ຝ່າຍ​ຕ່າງໆ​ສາ​ມາດ​ຮັບ​ເອົາ​ໄດ້​ໃນ​ທີ່​ສຸດ,ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຄອບ​ຄົວ​ອາ​ເປັກ​ທີ່​ສະ​ມາ​ຊິກ​ນ້ອຍ​ໃຫຍ່​ມີ​ຄວາມ​ສະ​ໝີ​ພາບ​ກັນ,​ນີ້​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ຮ່ວມ​ມື​ຂອງ​ອົງ​ການ​ອາ​ເປັກ​ທີ່​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ