ຍານ​ອະວະກາດ"ທ່ຽນ​ກົ່ງ​ເລກ1"ກັບ"​ເຊິນ​ໂຈ່ວ​ເລກ​8"​ຂອງ​ຈີນ​ເຊື່ອມ​ຕໍ່​ເຂົ້າ​ກັນ​ຢ່າງ​ສຳ​ເລັດ​ຜົນ​ເປັນເທື່ອ​ທີ​ສອງ​

(GMT+08:00) 2011-11-15 10:37:32     cri

ເວລາ20 ​ໂມງວັນ​ທີ14ພະຈິກ​ນີ້ຕາມ​ເວລາ​ປັກ​ກິ່ງ,ພາຍ​ໃຕ້​ການ​ຄວບ​ຄຸມທີ່ແມ່ນ​ຢຳ​ທີ່​ສຸດ​ຂອງ​ສູນ​ຄວບ​ຄຸມການບິນ​ອະວະກາດ​ປັກ​ກິ່ງ​,ຍານ​ອະວະກາດ"ທ່ຽນ​ກົ່ງ​ເລກ1"​ແລະ"​ເຊິນ​ໂຈ່ວ​ເລກ​8"​ໄດ້​ດຳ​ເນີນ​ການ​ເຊື່ອມ​ຕໍ່​ເຂົ້າກັນ​ເທື່ອ​ທີ​ສອງຢ່າງ​ສຳ​ເລັດ​ຜົນ​,ການ​ທົດ​ລອງ​​ເຊື່ອມ​ຕໍ່​ເຂົ້າກັນ​ເທື່ອ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ນັ້ນ​ໄດ້ກວດ​ສອບ​ກາ​ຄຸນ​ນະພາບແລະ​ຄຸນ​ລັກສະ​ນະຂອງ​ອຸປະກອນ​ແລະ​ເຄື່ອງ​ປະກອບ​ເຊື່ອມ​ຕໍ່​ວັກ​ແທກ​​ເຂົ້າກັນ,​ແລ້ວ​ໄດ້​ຮັບ​ຂໍ້​ມູນ​ທີ່​ກ່ຽວຂ້ອງ, ບັນລຸ​ຕາມເປົ້າ​ຫມາຍ​ທີ່​ຄາດ​ໄວ້.


ຈຸດປະສົງ​ຕົ້ນຕໍ​ໃນ​ການ​ທົດ​ລອງ​​ເທື່ອ​ນີ້​ແມ່ນ​ເພື່ອ​ກວດກາ​ການ​​ແຍກອອກ ຈາກກັນ​ຂອງ​ຍານ​ອະວະກາດເຊື່ອມ​ຄໍ່,ຄຸນ​ນະພາ​ບຂອງ​​ຍານ​ອະວະກາດ​ໃນ​ເວລາ​ກັບ​ຄືນ​ສູ່​ຫນ່ວຍ​ໂລກ​ແລະຄຸນ​ລັກສະນະ​ວຽກ​ງານ​​ຂອງ​ອຸປະກອນ​ວັດ​ແທກ​ທີ່​ເຊື່ອມ​ຕໍ່​ເຂົ້າກັນ​​​ໃນ​ເຂດ​​ແສງຕາ​ເວັນ,​ແລະຍານ​ອະວະກາດ"ທ່ຽນ​ກົ່ງ​ເລກ1"​ແລະ"​ເຊິນ​ໂຈ່ວ​ເລກ​8"​ເຊື່ອມ​ຕໍ່​ເຂົ້າກັນ​ເປັນ​ເທື່ອ​ທີ​ສອງ.


ຫຼັງ​ຈາກສຳ​ເລັ​ດການ​ທົດ​ລອງ​ເຊື່ອມ​ຕໍ່​ເຂົ້າກັນ​​ເປັນເທື່ອ​ທີ​ສອງ​ແລ້ວ,ສູນ​ຄວບ​ຄຸມ​ການບິນ​ອະວະກາດ​ປັກ​ກິ່ງ​ຈະ​ສືບ​ຕໍ່​ວັດ​ແທກ​ແລະ​ຄວບ​ຄຸມ​​ຍານ​ອະວະກາດ​ທີ່​​ເຊື່ອມ​ຕໍ່ຢ່າງ​ແມ່ນ​ຢຳ​ທີ່​ສຸດ​.ພ້ອມ​ກັນ​ນັ້ນກໍ່ຕັ້ງຫນ້າ​ເກັບ​ກຳ​ຂໍ້​ມູນ​ທີ່ ກ່ຽວຂ້ອງທີ່ຕິດຕາມ​ກ່ຽວ​ກັບ​ອາກາດ​ເທິງ​ອະວະກາດ​ແລະ​ອື່ນໆ,​ເພື່ອ​ຄິດ​ໄລ່​ແລະດັດ​ແກ້​ຕົວຈຳ​ແນ​ກວົງ​ໂຄຈອນ​ກ່ອນ​ຍານ​ອະວະກາດ​ກັບ​ຄືນ​ສູ່​ຫນ່ວຍ​ໂລກ,​ແລະກຽມພ້ອມ​ເພື່ອ​ຮັບປະ​ກັບ​ໃນ​ການ​​ແຍກ​ອອກຈາ​ກັນ​ອີກ​ເທື່ອ​ຫນຶ່ງ​ເພື່ອ​ເຮັດ​ໃຫ້​ຍານອະວະກາດ"​ເຊິນ​ໂຈ່ວ​ເລກ​8"​​ກັບ​ຄືນ​ຢ່າງ​ສະດວກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ