ນາຍົກລັດຖະມົນຕີ​ຄົນ​ໃຫມ່ຂອງເກຼັກ​ໃຫ້ຄຳ​ຫມັ້ນສັນຍາ​ວ່າ​ຈະຮັບຮອງ​ສັນຍາ​ຊ່ອຍ​ເຫຼືອສະບັບ​ໃຫມ່​ກ່ອນ​ທ້າຍ​ປີ​ນີ້

(GMT+08:00) 2011-11-15 11:01:51     cri

ວັນ​ທີ14 ພະຈິກ​ນີ້,ທ່ານ​ລູກັສ ພາພາ​ເດ​ມົສ໌,ນາຍົກລັດຖະມົນຕີຄົນ​ໃຫມ່​ຂອງ​ເກຼັກກ່າວ​ວ່າ,ສະພາ​ເກຼັກຈະຮັບຮອງ​ສັນຍາ​ຊ່ອຍ​ເຫຼືອ​ສະບັບ​​ໃຫມ່​ທີ່​ຜູ່​ນຳ​ປະ​ເທດ​ເຂດ​ໃຊ້​ເງິນ​ເອີ​ໂຣ​ໄດ້​ລົງ​ນາມ​ໃນ​​ເດືອນຜ່ານ​ມາ​ນີ້​ກ່ອນ​ທ້າຍ​ປີ​ນີ້,ພ້ອມ​ກັນ​ນັ້ນ​ຈະ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ,​ເພື່ອ​ສ້າງ​​ຄວາມ​ຫມັ້ນ​ໃຈ​ຢູ່ພາຍ​ໃນ​ປະ​ເທດແລະ​ຕ່າງປະ​ເທດ​ຄືນ​ໃຫມ່.


ມື້​ດຽວ​ກັນ,ທ່ານ​ພາພາ​ເດ​ມົສ໌​ໄດ້​ກ່າວ​ຄຳ​ປາ​ໄສ​​​ໃນ​ສະພາເປັນ​ຄັ້ງ​ທຳ​ອິດ​ຫຼັງ​ຈາກ​ດຳລົງ​ຕຳ​ແຫນ່​ງ​ເປັນ​ນາຍົກ ລັດຖະມົນຕີລັດຖະບານ​ປະສົມ​ແລ້ວ.ທ່ານ​ກ່າວ​ວ່າ,ຫນ້າ​ທີ່​ທີ່ລັດຖະບານ​ຊຸດ​ໃຫມ່​ຈະເຮັດ​ກ່ອນ​ຫມູ່ນັ້ນ​ແມ່ນ​ພະຍາຍາມ​​ເຮັດ​ໃຫ້​ສະຫະພາບ​ເອີ​ລົບ​ຫຼືEU ​ແລະອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼື IMF ກ່ອນ​ວັນ​ທີ15 ທັນວາ​ປີ​ນີ້ປ່ອຍ​ເງິນ​ກູ້ງວດ​ທີ6 ​ໃຫ້​ເກຼັກຕາມ​ສັນຍາ​ຊ່ອຍ​ເຫຼືອ​ປີ2010.


ວັນ​ທີ14 ພະຈິກ​ນີ້,ຢູ່​ທີ່​ນະຄອນ​ໄລ​ບີ​ຊີຂອງ​ເຢຍລະ​ມັນ,ທ່ານນາງ​ແອ​ງ​ເຈຣາ ມິ​ເຄວຣ໌,ນາຍົກລັດຖະມົນຕີ​ເຢຍລະ​ມັນກ່າວ​ວ່າ,​ເອີ​ລົບອາດ​ຈະ​ຕົກ​ຢູ່​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ2​ເປັນຕົ້ນ​ມາ. ປະ​ເທດ​ຕ່າງໆ​ໃນ​ເອີ​ລົບ​ຄວນຜູກ​ເປັນ​ສະຫະພາບການ​ເມືອງ​ທີ່​ເຂັ້ມ​​ແຂງ​ກວ່າ​​ເກົ່າ,ຜ່ານ​ການ​ສ້າງ​ຕັ້ງ​​ເອີ​ລົບ​ໃຫມ່​ທີ່​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ໃນ​ລະດັບ​ສູງ​ມາ​ແກ້​ໄຂ​ວິ​ກິດ​ການ​ຫນີ້ສິນ​ແລະ​ສະພາບ​​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ​ໃນ​ປະຈຸ​ບັນ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ