ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຈັດ​ງານ​ວາງ​ສະ​ແດງ​ການຂຽນ​ງາມ​ແລະ​ຮູບ​ແຕ້ມ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສ້າງ​ຕັ້ງCRI​ຄົບ​ຮອບ​70ປີ

(GMT+08:00) 2011-11-15 17:14:24     cri
ວັນ​ທີ15​ພະຈິກ​ນີ້, ງານ​ວາງສະ​ແດງການ​ຂຽນ​ງາມ​ແລະ​ຮູບ​ແຕ້ມທີ່​ມີ​ຫົວ​ຂໍ້​ວ່າ"ການ​ເດີນ​ທາງ​ທ່າມກາງ​ຟ້າ​ຝົນ​ລົມ​ແຮງ​ເປັນ​ເວລາ​70ປີ, ໜັງສື​ຂຽນ​ງາມ​ແລະ​ຮູບ​ແຕ້ມ​ສະ​ແດງ​ຄວາມ​ສະຫງ່າ​ງາມ"​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ.


ນີ້​ແມ່ນ​ສ່ວນ​ສຳຄັນ​ໜຶ່ງໃນ​ກິດຈະ​ກຳ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງCRI​ຄົບຮອບ​70ປີ, ​ໃນ​ງານ​ວາງສະ​ແດງການ​ຂຽນ​ງາມ​ແລະ​ຮູບ​ແຕ້ມຄັ້ງ​ນີ້​ໄດ້​ມີ​ຜົນງານ​ດີ​ເດັ່ນ​120ກວ່າ​ສະບັບ, ​ໃນ​ນັ້ນ​ຍັງມີ​ຄຳ​ອວຍ​ພອນ​ແລະ​ຮູບ​ແຕ້ມ​ທີ່​ນັກ​ຂຽນ​ງາມ​ແລະ​ແຕ້ມ​ຮູບ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ບັນຈົງ​ແຕ່ງ​ແຕ້ມ​ຂຶ້ນເປັນ​ພິ​ເສດ​ເພື່ອ​ສະຫຼອງ​ວັນ​ສ້າງ​ຕັ້ງCRI​ຄົບຮອບ​70ປີ, ​ແລະ​ຍັງ​ມີ​ບົດຂຽນ​ຂອງ​ພະນັກ​ງານ​CRIຜູ້​ນິຍົມ​ການ​ຂຽນ​ງາມ​ແລະ​ແຕ້ມ​ຮູບ, ​ເຊິ່ງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ທ້າຍປີ​ນີ້ຈຶ່ງ​ຈະ​ສິ້ນ​ສຸດ, ທັງ​ນີ້ເພື່ອ​ສະ​ເຫຼີມ​ສະຫຼອງ​ວຽກ​ງານ​ວິທະຍຸ​ກະຈາຍ​ສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ປະຊາ​ຊົນ​ຈີນ​ພ້ອມ​ດ້ວຍ​ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ70ປີ, ​ເພື່ອວາງ​ສະ​ແດງ​ຜົນ​ງານ​ຂະ​ຫຍາຍ​ຕົວ​ຂອງ​CRI​ໃນ70ປີ​ຜ່ານ​ມາ.


CRIສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ3ທັນວາ​ປີ1941, ປະຈຸ​ບັນ, CRI​ໄດ້​ກະຈາຍສຽງ​ຕໍ່​ທົ່ວ​ໂລກ​ດ້ວຍ61ພາສາ, ​ເຊິ່ງ​ກາຍ​ເປັນ​ອົງການ​ສື່ສານ​ສາກົນ​ແບບ​ສັງ​ລວມທີ່​ມີ​ພາສາ​ຫຼາຍ​ທີ່​ສຸດ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ