ທ່ານ​ຫູ​ຈິນທ່າວ​ເດີນທາງ​ຈາກ​ອາ​ເມ​ລິ​ກາ​ກັບ​ຄືນ​ຮອດ​ປັກ​ກິ່ງ

(GMT+08:00) 2011-11-15 11:17:41     cri
ຫຼັງ​ຈາກ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນທາງ​ການຂອງອົງການ​​APECຄັ້ງ​ທີ19ຢູ່​ລັດ​ຮາ​ວາຍ​ຂອງ​ອາ​ເມ​ລິ​ກາ​ແລ້ວ,ວັນ​ທີ15ພະຈິກ​ນີ້,ທ່ານ​ຫູ​ຈິນທ່າວ,ປະທານ​ປະ​ເທດ​ຈີນ​​ໄດ້​ເດີນທາງ​ກັບ​ຄືນ​ຮອດ​ນະຄອນຫຼວງ​ປັກກິ່ງ.

ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນທາງ​ການຂອງ​ອົງການ​ການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫຼືAPECຄັ້ງ​ທີ19​ໄດ້​ຈັດ​ຂຶ້ນ​ຢູ່​ລັດ​ຮາ​ວາຍ​​ອາ​ເມ​ລິ​ກາ​ໃນ​ວັນ​ທີ13ພະ​ຈິກ​ນີ້,ກອງ​ປະຊຸມ​ໄດ້​ອອກ "ຖະ​ແຫຼ​ງການ​ຮ່ວມ​ໂລ​ໂນ​ລູໆ"---ກ້າວ​ໄປ​ສູ່​ເສດຖະກິດ​ພາກ​ພື້ນ​ທີ່​ພົວພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ"​ແລະບົດ​ບັນທຶກ4ສະບັບ. ທ່ານ​ຫູ​ຈິນທ່າວ​ໄດ້​ກ່າວ​ຄຳ​ປາ​ໄສ​​ໃນ​ກອງ​ປະຊຸມ​ໂດຍ​ມີ​ຫົວ​ຂໍ້​ວ່າ "ຫັນປ່ຽນ​ຮູບ​ແບບ​ການ​ພັດທະນາບັນລຸການ​ເຕີບ​ໂຕ​ຂອງ​ເສດຖະກິດ",ສະ​​ເໜີ​ຈຸດ​ຢືນ​ໃນ​ການ​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​​​ແບບ​ເສລີແລະ​​ຄວາມ​ສະດວກ​ຢ່າງຮອບດ້ານ,ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​​ການເຕີບ​ໂຕ​ສີຂຽວຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ,​ເພີ່ມ​ທະວີ​ການ​ປະຕິ​ຮູບ​​ໂຄງປະກອບ​ເສດຖະກິດ​ແລະ​ການຈັດ​ວາງ​ການ​ຮ່ວມ​ມື​ແລະ​ອື່ນໆ. ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ,ທ່ານ​ຫູ​ຈິນທ່າວ​ຍັງ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ຂອງ​ອາ​ເມ​ລິ​ກາ,ຍີ່ປຸ່ນ,ຫວຽດນາມ​ແລະ​ກາ​ນາ​ດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ