ອາ​ຊຽນຄວນ​ສືບ​ຕໍ່​ສະໜັບສະໜູນ​ການ​ໃຊ້​ເງິນ​ຢວນຈີນ​ຢູ່​ຕ່າງປະ​ເທດ

(GMT+08:00) 2011-11-15 11:28:55     cri
ໃນ​ບົດ​ລາຍ​ງານ​ສະບັບ​ຫຼ້າ​ສຸດ​ທີ່​ປະກາດ​ໃນຫວ່າງ​ມໍ່​ໆ​ມາ​ນີ້, ທະນາຄານOCBCຂອງ​ສິງ​ກະ​ໂປ ​​ແລະ​ບໍລິສັດJ.P.​ມໍ​ແກນ​​ເຫັນ​ວ່າ, ​ເງິນ​ຢວນຈີນ​ຫັນ​ເປັນ​ສາກົນ​ມີ​ທ່າ​ອ່ຽງທີ່​ບໍ່​ສາມາດຖືກກີດ​ຂວາງ​​ໄວ້​ໄດ້,​ແຕ່​ຄວນ​ວິ​ເຄາະ​​ເຖິງຄວາມ​ສ່ຽງ​ແລະ​ກາລະ​ໂອກາດ​ໃນ​ຂະ​ບວນການ​ເງິນ​ຢວນຈີນ​ຫັນເປັນ​​ສາກົນ​ດ້ວຍ​ທ່າ​ທີ​​ໃຈ​ເຢັນກວ່າ​ເກົ່າ. ທ່ານ​ຫຼີຫີຼຫຸ່ຍ, ຜູ້​ອຳນວຍ​ການ​ທະນາຄານ​ຈີນ​ກ່າວ​ໃນ​ເວທີ​ປຶກສາ​ຫາລື​ການນຳ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານ​ການ​ເງິນ​ຈີນ-ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​​ແລ້ວ​ນີ້​ວ່າ,​ເຂດ​ອາ​ຊຽນ​ໃນ​ຖານະ​ເປັນ​ເຂດ​ທົດ​ລອງຂອງ​ຕ່າງປະ​ເທດ​ບ່ອນທຳ​ອິດທີ່​ຊຳລະ​ບັນຊີ​ດ້ວຍ​ເງິນ​ຢວນຈີນ​ໃນທາງ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ຈີນ,ຄວນ​ສືບ​ຕໍ່​ສົ່ງ​ເສີມ​ແລະ​ສະໜັບສະໜູນ​ການ​ນຳ​ໃຊ້​ເງິນ​ຢວນຈີນ​ຢູ່​ຕ່າງປະ​ເທດ​ໃນທາງ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ພາກ​ພື້ນ.

ທ່ານ​ຫຼີຫຼີຫຸ່ຍ​ເຫັນ​ວ່າ, ຄ່າ​ເງິນ​ຢວນມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ທຽບ​ຖານ​ແລະ​ສາມາດ​ຮັບ​ເອົາດ້​ໃນ​ລະດັບ​ສູງ​ໃນ​ພາກ​ພື້ນ​ນີ້.ການ​ເພີ່ມ​ຈຳນວນ​ຈໍລະ​ຈອນ​ຂອງ​ເງິນ​ຢວນ​​ແລະ​​ເປີດ​ກວ້າງຂອບ​ເຂດ​ນຳ​ໃຊ້​ເງິນ​ຢວນຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ຄວາ​ມໝາຍ​ສຳຄັນ​ຫຼາຍ​ຕໍ່​ການ​ຊ່ວຍ​ໃຫ້ວິ​ສາ​ຫະກິດ​​ໃນພາກ​ພື້ນ​ຫຼີກ​ເວັ້ນຄວາມ​ສ່ຽງ​ດ້ານ​ອັດຕາ​ແລກປ່ຽນ​ເງິນຕາ​ສາກົນ,ຫຼຸດ​ຄວາມ​ສ່ຽງດ້ານ​ການຈັດ​ສັນຊັບ​ສິນ​ທີ່​ບໍ່​ຖືກຕ້ອງ,ຫຼີກ​ເວັ້ນຜົນ​ເສຍ​ຫາຍ​ຈາກ​ການ​ແລກປ່ຽນ​ເງິນຕາ​ຫຼາຍ​ເທື່ອ,​ແລະຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ໃຫ້​ມີ​ຄວາມ​ສະດວກ.

ທ່ານ​ຫຼີຫີຼຫຸ່ຍ​ກ່າວ​ວ່າ,ການ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນບໍ່​ສາມາດ​ຕັດຂາດ​ຈາກ​ການ​ສະໜັບສະໜູນ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​​ໄດ້. ​ໃນ​ຂະນະ​ທີ່​ສຳຄັນ​ທີ່​ສະຖານະ​ການ​​ເສດຖະກິດ​ແລະ​ການ​ເງິນ​ຂອງ​ໂລກ​ໃນ​ປະຈຸ​ບັນ​ປັ່ນ​ປ່ວນ​,​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ຂອງ​ພາ​ກພື້ນ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ກວ່າ. ​ມາ​ຮອດ​ທ້າຍ​ປີ2010ຜ່ານ​ມາ,ຈີນ​ໄດ້​ຕັ້ງ​ອົງການ​ການ​ເງິນ11​ແຫ່ງ​ຢູ່​ອາ​ຊຽນ,ຊັບ​ສິນ​ລວມຂອງ​ອົງ​ການການ​ເງິນ​ຂອງ​ອາ​ຊຽນຢູ່​ຈີນ​ໄດ້​ມີ​ຮອດ 14ຕື້930ລ້ານ​ໂດ​ລາສະຫະລັດ. ຂອບ​ເຂດ​ການ​ຮ່ວມ​ມື​ດ້ານ​ການ​ບໍລິການ​​ຂອງ​ທະນາຄານ​ໄດ້​ຮັບ​ການ​ເປີດ​ກວ້າງຢ່າງ​ບໍ່​ຢຸດ​ຢັ້ງ,​ນີ້ໄດ້​ສະໜັບສະໜູນ​ການ​ຮ່ວມ​ມື​ລະຫວ່າງວິ​ສາ​ຫະກິດ​ຂອງ​ສອງ​ຝ່າຍຢ່າງ​​ແຂງ​ແຮງ​ໃນ​ດ້ານ​ຄົມມະນາຄົມ,ພະລັງງານ,​ໂທລະ​ຄົມມະນາຄົມ,ສິ່ງ​ແວດ​ລ້ອມ,ກະສິກຳ,ການພັດທະນາ​ຊັບພະຍາກອນ​ມະນຸດ,ການທ່ອງທ່ຽວ​ແລະ​ດ້ານ​ອື່ນໆ.

ຂ່າວ​ແຈ້ງວ່າ,​ເລີ່​ມ​ແຕ່​ປີ2009​ເປັນ​ຕົ້ນ​ມາ,ຈີນ​​ໄດ້​ເຊັນ​ສັນຍາ​​ແລກປ່ຽນ​ເງິນຕາລະຫວ່າງ​ສອງ​ຝ່າ​ຍກັບ​ຫຼາຍ​ປະ​ເທດ​​ອາ​ຊຽນ​ເຊັ່ນ:ມະ​ເລ​​ເຊຍ,ສິງກະ​ໂປ,ຟີ​ລິບ​ປິນ,ອິນ​ໂດ​ເນ​ເຊຍ,​ໄທ​ແລະ​ອື່ນໆ,​ແລະ​​ໄດ້​ຮ່ວມ​ກັນ​ຮຽກຮ້ອງ​ໃຫ້ສ້າງ​ຄັງ​ສຳຮອງ​​ເງິນຕາ​ຕ່າງປະ​ເທດພາກ​ພື້ນ​ອາຊີ​ລວມ​​ເປັນ​ເງິນ 12ຕື້​ໂດ​ລາ,ນີ້​ໄດ້ຍົກ​ສູງ​ຄວາມ​ສາມາດ​ຂອງ​ສອງ​ຝ່າຍໃນ​ການປ້ອງ​ກັນ​ແລະ​ແກ້​ໄຂ​ບັນຫາຈໍລະ​ຈອນຂອງ​ເງິນຕາ​ແລະ​ການ​ໃຊ້​ຈ່າຍ​ສາກົນ. ປີ2010,ທະນາຄານ​ຈີນ​ໄດ້​ສ້າງ​ຕັ້ງ "ສູນ​ບໍລິການ​ເງິນຢວນ​ຈີນ-ອາ​ຊຽນ"ຢູ່​ເຂດ​ກວາງ​ຊີ,ປີ​2011ນີ້,ກໍ່​ໄດ້​ສ້າງ​ຕັ້ງ​ສູນ​ລະດົມ​ທຶນ​ສິນຄ້າລາຍ​ໃຫຍ່​ຢູ່​ສິງ​ກະ​ໂປ​ອີກ,ສຸມ​ກຳລັງ​ຜ່ານ​ກົນ​ໄກການ​ຮັບປະ​ກັນ​ແລະ​ປະດິດ​ສ້າງ​ໃໝ່​ຜະລິດ​ຕະພັນ,ສະ​ໜອງ​ການ​ບໍລິການ​ດ້ານ​ກາ​ນ​ເງິນ​ທີ່​ຮອບດ້ານ,ມີ​ຄຸນ​ນະພາ​ບສູງ​ແລະ​ປະສິດ​ທິພາ​ບສູງ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງທຶນ​​ຂອງ​ພາກ​ພື້ນ​ຈີນ-ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ