ເຈົ້າ​ໜ້າທີ່ປະ​ເທດ​ຕ່າງໆ​ໃນອາຊຽນກ່າວ​ວ່າ​ຈະ​ພະຍາຍາມ​ຊຸກຍູ້​ໃຫ້​ມີ​ການ​ນໍາ​ໃຊ້ວິຊາ​ລະບົບ​ດຽວ​ກັນນັບ​ມື້ນັບ​ສົມບູນ​ຂຶ້ນ

(GMT+08:00) 2011-11-15 17:27:35     cri

ຕາມ​ຂ່າວ​ສານ​ອັນ​ຕາ​ຣາຂອງອິນ​ໂດ​ເນ​ເຊຍ: ວັນ​ທີ14ພະຈິກ​ນີ້, ​ເຈົ້າ​ໜ້າທີ່ລະ ດັບ​ສູງຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະພາບ​ກັນ​ກ່ຽວ​ກັບ​ການ​ຊຸກຍູ້​ໃຫ້​ມີການນໍາ​ໃຊ້​ວິຊາລະບົບ​ດຽວ​ກັນ​ໃນ​ອາຊຽນ​ເຂົ້າສູ່​ໄລຍະ​ສະ​ເໜີ​ໃນ​ປີ2012, ​ເຈົ້າ​ໜ້າ​ທີ່​ເຫລົ່ານີ້​ກ່າວ​ວ່າ​ຈະ​ອອກ​ແຮງ​ຊຸກຍູ້​ໃຫ້ມີ​ການນໍາ​ໃຊ້​ວິຊາ​ລະບົບ​ດຽວ​ກັນ​ໃນ​ອາຊຽນ​ນັບມື້​ນັບສົມ​ບູນ​ຂຶ້ນ.

ກອງ​ປະຊຸມ​ເຈົ້າ​ໜ້າທີ່ລະດັບ​ສູງ​ອາຊຽນ​ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະຊຸມ​ລະດັບ​ລັດຖະ​ມົນຕີ​ອາ​ຊຽນ​ທີ່ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ທີ່​ເກາະ​ບາ​ຫລີຂອງອິນ​ໂດ​ເນ​ເຊ​ຍ. ທ່ານ​ເກ​ເດ ກູຣາ ສະວາຈາ​ຢາ​ເອກອັກ​ຄະລັດ​ຖະທູດອິນ​ໂດ​ເນ​ເຊຍປະຈຳ​ອາຊຽນ​ກ່າວ​ຫຼັງ​ກອງ​ປະຊຸມ​ວ່າ, ກອງປະຊຸມ​ຄັ້ງ​ນີ້​ໄດ້​ເອົາ​ໃຈ​ໃສ່​ພິຈາລະນາບັນຫາ​ການ​ນໍາໃຊ້​ວິ​ຊາລະ​ບົບ​ດຽວ​ກັນ​ໃນ​ອາຊຽນ, ​ແລະ​ຈະ​ຍື່ນຂໍ້ສະ​ເໜີນີ້​ຍື່ນ​ໃຫ້ກອງປະຊຸມ​ລະດັບ​ລັດຖະມົນຕີ​ອາຊຽນ​ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະຊຸມສຸດ​ຍອດ​ອາຊຽນຄັ້ງ​ທີ19ພິຈາລະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ