ເຈົ້າ​ໜ້າ​ທີ່ລະດັບ​ສູງ​APEC​ຂອງ​ຈີນ​ສະ​ແດງ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບການ​ເຄົາ​ລົບ​ລະບຽບ​ການ​ຄ້າ​ຫລາຍ​ຝ່າຍ​ຂອງ​ໂລກ,TPP​

(GMT+08:00) 2011-11-15 18:34:04     cri

ວັນ​ທີ13​ພະ​ຈິກ​ນີ້,ຢູ່​ໂຮ​ໂນ​ລູ​ລູ​ເທດ​ສະ​ບານຮາ​ວາຍ​ອາ​ເມ​ລິ​ກາ, ທ່ານ​ພາງ​ເຊີ່ນ, ຮອງຫົວໜ້າ​ກົມ​ສາກົນ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທັງ​ເປັນ​ເຈົ້າ​ໜ້າ​ທີ່ລະດັບ​ສູງ​APECຂອງ​ຈີນກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຂອງ​ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ອາຊີ​ປາຊີຟິກຫລື​APEC​ຄັ້ງ​ທີ19​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມ​ສົມບູນ,ຕິດ​ແທດ​ຕົວ​ຈິງ​ແລະ​ດຸນ​ດ່ຽງ, ​ໄດ້​ສະ​ແດງ​ໃຫ້​ເຫັນ່ຈິດ​ໃຈ​ທີ່​ເປັນ​ຄອບຄົວ​ດຽວ​ກັນ​ແລະ​ຫລັກ​ການ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ຂອງAPEC.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ພາງ​ເຊີ່ນ​ກ່າວ​ວ່າ, ກອງ​ປະຊຸມ​ໄດ້​ເປີດ​ເຜີຍ"ຖະ​ແຫຼ​ງການ​ໂຮ​ໂນ​ລູລູ——​ເສດຖະກິດ​ພາກ​ພື້ນ​ທີ່​ກ້າວ​ໄປ​ສູ່​ການ​ພົວພັນອັນ​ໃກ້​ຊິດ"ພ້ອມ​ດ້ວຍ​ເອກະສານ​ເພີ່ມ​ເຕີມ4ສະບັບ, ​ເຊິ່ງພົວພັນ​ເຖິງ​ນະ​ໂຍບາຍ​ປະດິດ​ສ້າງ​ໃໝ໋, ວິ​ສາ​ຫະກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ, ຜະ​ລິດ​ຕະພັນ​ແລະ​ການ​ບໍລິການ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ​ແລະ​ການ​ຮ່ວມ​ມື​ດ້ານ​ລະບຽບ​ການ​ເປັນ​ຕົ້ນ, ​ແລະ​ໄດ້​ກໍານົດຂໍ້​ລິ​ເລີ່ມລະອຽດ​ຈຳນວນ​ໜຶ່ງ, ​ເຊັ່ນ, ປະຕິບັດ​ຂໍ້​ລິ​ເລີ່​ມການ​ຫັນ​ການທ່ອງ​ທ່ຽວ​APEC​ໃຫ້​ສະດວກ, ປະຕິບັດ​ຍຸດທະ​ສາດ​ໃໝ່​ທີ່ປະຕິ​ຮູບ​ໂຄງ​ປະກອບ​ເສດ​ຖະ​ກິດAPEC​ແລະ​ອື່ນໆ. ທ່ານ​ພາງ​ເຊີ່ນ​ກ່າວ​ວ່າ, ມາດ​ຕະການ​ດັ່ງກ່າວ​ມີ​ຄວາມ​ໝາຍ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຊຸກຍູ້​ການ​ຫັນ​ການ​ລົງ​ທຶນ​ແລະ​ການ​ຄ້າ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເປັນ​ແບບ​ເສລີ​ແລະ​ສະດວກ.

ໃນ​ເວລາ​ຕອບ​ຄໍາ​ຖາມ​ກ່ຽວ​ກັບ​ຜູ້​ຕາງໜ້າ​ກາ​ນຄ້າ​ອາ​ເມ​ລິ​ກາ​ຮຽກຮ້ອງ​ໃຫ້​ຈີນ​ເຄົາລົບ​ລະບຽບ​ການ​ຄ້າ​ຫລາຍ​ຝ່າຍ​ຂອງ​ໂລກ, ທ່ານ​ພາງ​ເຊີ່ນ​ກ່າວ​ວ່າ, ຖ້າ​ແມ່ນ​ລະບຽບ​ທີ່​ປະ​ຊາ​ຄົມ​ໂລກ​ປຶກ​ສາ​ຫາລື​ເປັນ​ເອ​ກະ​ສັນ​ກັນ, ​ແລະ​ວາງ​ຮ່ວມ​ກັນ, ຈີນ​ຈະ​ໃຫ້​ຄວາມ​ເຄົາລົບຢ່າງ​ແນ່ນອນ.

ກ່ຽວ​ກັບ "ສັນ​ຍາ​ຄູ່ຮ່ວມ​ມື​ເສດ​ຖະກິດ​ຍຸດ​ທະ​ສາດພາກ​ພື້ນ​ມະ​ຫາ​ສະໝຸດປາຊີ​ຟິກ"ຫລືTPP, ທ່ານ​ພາງ​ເຊີ່ນ​ກ່າວ​ວ່າ, ຈີນ​ມີ​ທ່າ​ທີ່​ເປີດ​ກວ້າງ​ຕໍ່​ກົນ​ໄກ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ເສດ​ຖະກິດ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ. ທ່ານ​ກ່າວ​ວ່າ, ກົນ​ໄກ​ໃດໆ​ກໍ​ຄວນ​ຮັກສາ​ການ​ເປີດ​ກວ້າງ, ຄວາມ​ໂປ່ງໃສ​ແລະ​ຄວາມຜ່ອນ​ສັ້ນ​ຜ່ອນ​ຍາວ​ໃຫ້​ກັນ, ຈິ່ງ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ. ຈີນພວມ​ເອົາ​ໃຈ​ໃສ່​ໃນ​ການ​ຄົ້ນຄວ້າTPPຢ່າງຕັ້ງໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ