ຊີຣີກ່າວ​ວ່າ​ຈະ​ປະຕິບັດ​​ຂໍ້​ລິ​ເລີ່​ມຂອງ​ສັນນິບາດ​ອາຣັບ ສະຫະພາບ​ເອີ​ລົບ​ຕົກລົງ​ເປີດ​ກວ້າງ​ການ​ລົງ​ໂທດ​ຕໍ່​ຊີຣີ

(GMT+08:00) 2011-11-15 10:36:47     cri
ວັນ​ທີ14​ພະຈິກ​ນີ້, ທ່ານ​ວາລິ​ດ ອານ ມູອານ​ເລ​ມ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີກ່າວ​ວ່າ, ສັນນິບາດ​ອາຣັບຕົກລົງ​ງົດສະຖານະ​ພາບ​ຄວາມ​ເປັນປະ​ເທດ​ສະມາຊິກ​ຂອງ​ຊີ​ຣີ ​ແມ່ນ​ເປັນ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ແລະ​ຜິດ​ກົດໝາຍ, ​ແຕ່​ຊີຣີຍັງ​ຈະ​ປະຕິບັດ​ຂໍ້​ລິ​ເລີ່​ມຂອງ​ສັນນິບາດ​ອາຣັບກ່ຽວ​ກັບ​ການ​ແກ້​ໄຂ​ວິ​ກິດ​ການ​ຊີຣີ.

ທ່ານ​ມູອານ​ເລ​ມກ່າວ​ວ່າ, ລັດຖະບານ​ຊີຣີອອກ​ແຮງ​ຕະຫຼອດ​ມາ​ເພື່ອ​ຢຸດຕິການ​ໃຊ້​ຄວາມຮຸນ​ແຮງ​ທຸກ​ຮູບ​ແບບ​ຢູ່ພາຍ​ໃນ​ປະ​ເທດ, ​ແລະ​ຖອນ​ທະຫານ​ອອກ​ຈາກ​ບາງ​ຕົວ​ເມືອງ​ທີ່ມີ​ການ​ປະ​ທະ​ກັນ, ​ໄດ້​ປ່ອຍ​ຕົວ​ບຸກຄົນ​ຝ່າຍ​ຄ້ານ​ທີ່​ຖືກ​ກັກ​ຂັງ535​ຄົນ, ​ແລະ​ອະນຸຍາດ​ໃຫ້​ນັກ​ຂ່າວ​ຕ່າງປະ​ເທດ80​ຄົນ​ເຂົ້າປະ​ເທດ​ຊີຣີ​ໃນ​ໄລຍະ​ບຸນ​ກູ​ບານ ຫຼື​ ອັດ​ຮາ. ການ​ກະທຳ​ດັ່ງກ່າວ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ. ທ່ານ​ກ່າວ​ວ່າ, ຊີຣີສະ​ເໜີ​ໃຫ້​ສັນນິບາດ​ອາຣັບຈັດ​ກອງ​ປະຊຸມສຸດ​ຍອດ​​ໂດຍດ່ວນ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບສະຖານະ​ການ​​ໃນຊີ​ຣີ​ໂດຍ​ສະ​ເພາະ.

​ໂດຍ​ແນ​​ໃສ່​ການ​ຕົກລົງ​ຂອງ​ສັນນິບາດ​ອາຣັບ, ວັນ​ທີ14​ພະຈິກ​ນີ້, ທ່ານ​ເຊີ​ແກ ລາ​ຟຣົຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ, ການງົດ​ສະຖານະ​ພາບ​ຄວາມ​ເປັນປະ​ເທດ​ສະມາຊິກສັນນິບາດ​ອາຣັບ​ຂອງ​ຊີຣີ ຈະ​ເສຍ​ໂອກາດ​ສຳຄັນ​ທີ່​ເຮັດ​ໃຫ້​ສະຖານະ​ການ​ຊີຣີ​ໂປ່ງ​ໃສ​ກວ່າ​ເກົ່າ.

ມື້​ດຽວ​ກັນ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ​ທີ່​ຈັດ​ຂຶ້ນ​ຢູ່​ບຼຸກ​ແຊນ ຕົກລົງ​ເປີດ​ກວ້າງ​ການ​ລົງ​ໂທດ​ຕໍ່​ຊີຣີອີກ​ເທື່ອ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ