ອິນ​ໂດ​ເນ​ເຊຍ​ໄດ້​ປ້ອງ​ກັນ​ເກາະ​ບາ​ຫຼີຢ່າງ​ເຄັ່ງ​ຄັດ​ເພື່ອ​ຕ້ອນຮັບ​ບັນດາກອງ​ປະຊຸມ​ສຸດ​ຍອດ​ອາຊ​ຽນ

(GMT+08:00) 2011-11-15 15:43:51     cri
ຕາມ​ຂ່າວສານ​ຊິນ​ຮວາ, ບັນດາກອງ​ປະຊຸມ​ສຸດ​ຍອດ​ອາຊ​ຽນຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່ສ​ຽງຂອງ​ອິນ​ໂດ​ເນ​ເຊຍ​ແຕ່​ວັນ​ທີ17​ຫາ​ວັນ​ທີ19​ພະຈິກ​ນີ້, ຈະມີ​ປະມຸກ​ລັດ​ຫຼື​ຫົວໜ້າ​ລັດຖະບານ​ຂອງ​ບັນດາ​ປະ​ເທດ20​ທ່ານ​​ໄປ​ເຂົ້າ​ຮ່ວມ​. ປະຈຸ​ບັນ, ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ພວມ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ​ຄວາມປອດ​ໄພ​ຂອງບັນດາ​ກອງ​ປະຊຸມ​ສຸດ​ຍອດ​​ອາຊ​ຽນ.

ກ່ອນ​ໜ້າ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ເຄີຍ​ກ່າວ​ວ່າ, ຈະ​ສົ່ງ​ຕຳຫຼວດ2​ພັນ300​ກວ່າ​ຄົນ​ໄປ​ຮັບຜິດຊອບ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພຂອງ​ກອງ​ປະຊຸມ. ນອກ​ນີ້, ວັນ​ທີ8​ພະຈິກ​ນີ້, ກອງ​ບັນຊາ​ການ​ກອງກ່ຳ​ປັ່ນ​ພາກ​ຕາ​ເວັນ​ອອກ​ຂອງ​ກອງທັບ​ເຮືອອິນ​ໂດ​ເນ​ເຊຍ​ໄດ້​ສົ່ງກ່ຳ​ປັ່ນ​ຮົບ5​ລຳ​ໄປ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນຄວາມ​ປອດ​ໄພ​ຢູ່​ເກາະ​ບາ​ຫຼີ​.

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ໄປ​ຮ່ວມ​ປະຊຸມ​ຢູ່​ເກາະ​ບາ​ຫຼີເປັນ​ຄັ້ງ​ທຳ​ອິດ​ໃນ​ຖານະ​ທີ່​ເປັນປະມຸກ​ລັດ​ອາ​ເມ​ລິ​ກາ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ