ບົດ​ລາຍ​ງານ​ຂອງ​OECDສະ​ແດງ​ໃຫ້​ເຫັນ​ວ່າ​ຈັງຫວະ​ເຕີບ​ໂຕ​​ຂອງ​ອົງ​ກອນ​ເສດຖະກິດ​ຕົ້ນຕໍ​ໄດ້​ຊ້າ​ລົງ

(GMT+08:00) 2011-11-15 15:47:07     cri
ບົດ​ລາຍ​ງານ​ຕົວ​ເລກ​ນຳ​ໜ້າທາງ​ດ້ານ​ເສດຖະກິດ​ໂດຍລວມ ທີ່​ອົງການ​ຮ່ວມ​ມື​ເສດຖະກິດ​ແລະ​ການ​ພັດທະນາ ຫຼື OECD ທີ່​ມີ​ສຳນັກ​ງານ​​ໃຫຍ່ຕັ້ງ​ຢູ່​ນະຄອນຫຼວງ​ປາຣີຂອງຝຣັ່ງ ​ເປີດ​ເຜີຍ​ໃນ​ວັນ​ທີ14​ພະຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເດືອນ​ກັນຍາ​ປີ​ນີ້, ຈັງຫວະການ​ເຕີບ​ໂຕຂອງ​ອົງ​ກອນ​ເສດຖະກິດ​ຕົ້ນຕໍ​ຂອງ​ໂລກ​ໄດ້​ຊ້າ​ລົງ​ອີກ, ຄາດ​ວ່າ, ຈັງຫວະການ​ເຕີບ​ໂຕທາງ​ເສດຖະກິດ​ຂອງ​ອົງ​ກອນ​ເສດຖະກິດ​ເຫຼົ່າ​ນີ້​ຈະ​ຊ້າ​ລົງ​ຕໍ່​ໄປ, ​ແລະ​ຊ້າ​ລົງ​ຫຼາຍ​ກວ່າ​ເກົ່າ.

​ເມື່ອສັງ​ເກດ​ຈາກ​ດ້ານ​ລວມ​ແລ້ວ​ເຫັນ​ວ່າ, ຕົວ​ເລກ​ນຳ​ໜ້າ​ໃນ​ເດືອນ​ກັນຍາ​ຂອງ​OECD ​ແມ່ນ100,4%, ຕ່ຳ​ກວ່າ​ເດືອນ​ກ່ອນ0,4​ແຕ້ມ, ​ໄດ້​ຊ້າ​ລົງ​ເປັນ​6​​ເດືອນ​ຕິດ​ຕໍ່​ກັນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ໃນ​ຫຼາຍ​ເດືອນ​ມາ​ນີ້, ​ຈັງຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຊ້າ​ລົງ​. ​ເຂດ​ໃຊ້​ເງິນ​ເອີ​ໂຣ​ແລະ​ກຸ່ມG7 ຕ່າງ​​ໄດ້​ຫຼຸດ​ລົງ0,8​​ແລະ0,5​​ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ; ສ່ວນ5​ປະ​ເທດ​ອາຊີ ຄື ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອິນ​ເດຍ​ແລະ​ອິນ​ໂດ​ເນ​ເຊຍ ​ໄດ້​ຫຼຸດ​ລົງ0,3​​ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ