ແຕ່​ປີ​2006​ຫາ​ປີ​2010​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຢຸນ​ນານ​ກັບ​ອາ​ຊຽນ​ບັນ​ລຸ​15​ຕື້​600​ລ້ານ​ໂດ​ລາ

(GMT+08:00) 2011-11-15 16:35:34     cri
ຕາມ​ຂ່າວສານ​ຈີນ:ວັນ​ທີ14​ກໍລະກົດນີ້,​ເຈົ້າໜ້າ​ທີ່ດ່ານ​ພາສີ​ຄຸນ​ມີງ​ລາຍ​ງານ​ວ່າ,​ໃນ​5​ປີ​ຜ່ານ​ມາ​ຄື​ແຕ່​ປີ​2006​ຫາ​ປີ​2010,​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ແຂວງ​ຢຸນ​ນານ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຖີບ​ຕົວ​ສູງ​ຂຶ້ນ,​ບັນ​ລຸ​ເຖິງ​15​ຕື້​600​ລ້ານ​ໂດ​ລາ,​ຈັງ​ຫວະ​ເຕີບ​ໂຕ​ສະ​ເລ່ຍ​ແມ່ນ​16,1%ຕໍ່​ປີ.

ຜະລິດ​ຕະພັນ90%ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ​ຖືກ​ຍົກ​ເວັ້ນ​ພາ​ສີ​ໃນ​ປີ2010,ນີ້​ໄດ້​ກະ​ຕຸ້ນ​ໃຫ້​ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ.​ລວມ​ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ແຂວງ​ຢຸນ​ນານ​ກັບ​ປະ​ເທດ​ອາ​ຊຽນ​ມີ​4​ຕື້​575​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​45,2%​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2009.

ຜູ່​ຮັບຜິດຊອບ​ຂອງ​ຫ້ອງການ​ອາ​ຊຽນຂອງ​ພະ​ແນ​ກການ​ຄ້າ​ແຂວງ​ຢຸນນານ​ແຈ້ງໃຫ້​ຮູ້​ວ່າ, ພະລັງ​ງານໄຟຟ້າ​ໄດ້​ກາຍ​ເປັນ​ຜະ​ລິດ​​ຕະ​ພັນ​ໃໝ່​ທີ່​ແຂວງ​ຢຸນ​ນານ​ສົ່ງ​ອອກ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ໄລ​ຍະ​5​ປີ​ຜ່ານ​ມາ,​ຊຶ່ງ​ໃນ​5​ປີ​ຜ່ານ​ມາ​ນີ້,​ແຂວງ​ຢຸນນານ​ໄດ້​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​160​ລ້ານ​ກິ​ໂລ​ວັດ​ໂມງ​ໃຫ້​ແກ່​ລາວ,​ມຽນ​ມາ​ແລະ​ຫວຽດ​ນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ