ຈີນ​ສະ​ແດງ​ທ່າ​ທີຢ່າງ​ເປີດ​ອົກ​ເປີດ​ໃຈ​ຕໍ່​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ໃດໆທີ່​ມີ​ຜົນ​ດີ​ຕໍ່ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​​ຈະ​ເລີນ​ຮ່ວມ​ກັນ

(GMT+08:00) 2011-11-15 17:04:48     cri
ວັນ​ທີ15​ພະຈິກ​ນີ້,ທ່ານ​ລິວ​ເຈີ້ນ​ມີນ,ຜູ່​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ສະ​ແດງ​ທ່າ​ທີ​ຢ່າງ​ເປີດ​ອົກ​ເປີດ​ໃຈ​ຕໍ່​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ໃດໆ​ກໍ​ຕາມ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ຈະ​ເລີ​ນ​ເຕີບ​ໂຕ​ຮ່ວມ​ກັນ,​ເຊິ່ງ​ລວມ​ທັງ​ສົນ​ທິ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ພາກ​ພື້ນ​ປາ​ຊິ​ຟິກ ຫຼື​TPP.​ທ່ານ​ກ່າວ​ເນັ້ນ​ວ່າ,​ດຽວ​ນີ້​ຈີນ​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຂອງ TPP,​ແຕ່​ຈະ​ນຳ​ໃຊ້​ເວ​ທີ​ການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ນັ້ນ​ໃຫ້​​ໄດ້​ດີ​ດັ່ງ​ທີ່​ເຄີຍ​ປະ​ຕິ​ບັດ​ຜ່ານ​ມາ,​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ພັດ​ທະ​ນາ​ໄປ​ສູ່​ລວງ​ເລິກ.

ວັນ​ທີ15​ພະຈິກ​ນີ້,ກະຊວງການ​ຕ່າງປະ​ເທດ​ຈີນໄດ້ຖະ​ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ທີ່​ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຜູ່​ນຳ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ຢ້ຽມ​ຢາມ​ບຼູ​ໄນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ