ແຂວງ​ກວາງ​ຕຸ້ງ​ຈະ​ອຸດ​ໜູນ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ເຖິງ​100​ລ້ານ​ຢວນ​ໃຫ້​ແກ່​ຄະ​ນະ​ຄົ້ນ​ຄວ້າ​ປະ​ດິດ​ສ້າງ​ວິ​ທະ​ຍາ​ສາດ​ເຕັກ​ນິກ

(GMT+08:00) 2011-11-15 17:10:34     cri
ຕາມ​ຂ່າວ​ຈາກ​ໜັງສືພິມ​ນານ​ຟ່າງ​ຢື້​ປ້າວ​ຂອງ​ຈີນ:ວັນ​ທີ15​ພະຈິກ​ນີ້,ຫ້ອງການ​ໜ່ວຍ​ປະສານ​ງານ​ວຽກ​ງານ​ຊັບ​ພະ​ຍາ​ກອນ​​ມະ​ນຸດ​ແຂວງ​ກວາງ​ຕຸ້ງ​ແຈ້ງ​ວ່າ,​ຈະ​ເລີ່ມ​ຕົ້ນ​ວຽກ​ງານ​ໃນ​ການ​ຮ້ອງ​ຂໍ​ເພື່ອ​ຄັດ​ເລືອກ​ຜູ່​ນຳ​ພາ​ແລະ​ຄະ​ນະ​ຄົ້ນ​ຄວ້າ​ປະ​ດິດ​ສ້າງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຊຸດ​ທີ​3.​ອີງ​ຕາມ​ຂໍ້​ກຳ​ນົດ​ຂອງ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ,​ທາງ​ດ້ານ​ການ​ເງິນ​ຂອງ​ແຂວງ​ກວາງ​ຕຸ້ງ​ຈະ​ອຸດ​ໜູນ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ເຖິງ​ສຸດ​100​ລ້ານ​ຢວນ​ໃຫ້​ແກ່​ຜູ່​ນຳ​ພາ​ແລະ​ຄະ​ນະ​ຄົ້ນ​ຄວ້າ​ປະ​ດິດ​ສ້າງ​​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ.

ການ​ດຶງ​ດູດ​ຜູ່​ນຳພາ​ແລະ​ຄະ​ນະ​ຄົ້ນ​ຄວ້າ​ປະ​ດິດ​ສ້າງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໄດ້​ຕອບ​ສະ​ໜອງ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ສະ​ຕິ​ປັນ​ຍາ​ໃນ​ການ​ຫັນ​ປ່ຽນ​ແລະ​ຍົກ​ສູງ​ລະ​ດັບ​ຮູບ​ແບບ ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແຂວງ​ກວາງ​ຕຸ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ