ຈີນ​ຈະ​ບັນລຸ​ການ​ພັດທະນາ​ເສດຖະກິດ​ຢ່າງ​ຫມັ້ນ​ທ່ຽງ​ແລະ​ໄວ​ສົມຄວນ​ໃນ​ການ​ປ່ຽນ​ແປງ​ຮູບການແລະ​ປະດິດ​ສ້າງ​ໃຫມ່

(GMT+08:00) 2011-11-16 11:39:20     cri
ວັນ​ທີ15ພະຈິກ​ນີ້​,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຫຼີ​ເຄີ້ຊຽງ,ຮອງ​ນາຍົກລັດ ຖະມົນຕີຈີນ​ກ່າວ​ວ່າ,​ໃນ​ໄລຍະປະຕິບັດ"​​ແຜນການພັດທະນາ​ເສດຖະກິດ​ສັງຄົມ 5 ປີຄັ້ງທີ12",ຈີນ​ຈະ​ບັນລຸ​ການ​ພັດທະນາ​ເສດຖະກິດ​ຢ່າງ​ຫມັ້ນ​ທ່ຽງ​ແລະ​ໄວ​ສົມຄວນ​ໃນ​ການ​ປ່ຽນ​ແປງ​ຮູບ​ການແລະ​ປະດິດ​ສ້າງ​ໃຫມ່.

ທ່ານ​ຫຼີ​ເຄິ້ຊຽງ​ໄດ້​ກ່າວ​ຄວາມ​​ເວົ້ານີ້ໃນ​​ກອງ​ປະຊຸມ​ປະຈຳ​ປີ2011ຂອງ ຄະນະ​ກຳມະການການ​ຮ່ວມ​ມື​ສາກົນທາງ​ດ້ານ​​ສິ່ງ​ແວດ​​ລ້ອມ​ແລະ​ການ​ພັດທະນາ​ຂອງ​ຈີນ.ທ່ານ​ກ່າວ​ວ່າ,​ໃນ​ປະຈຸ​ບັນ​ນີ້,​ເສດຖະກິດ​ໂລກ​ພວມ​ປະ​ເຊີນ​ກັບ​ບັນຫາ​ຕົວຈິງ​​ໃນ​ດ້ານຕ່າງໆ​​ເຊັ່ນ: ວິ​ກິດ​ການ​ຫນີ້​ສິນ​ພາກ​ລັດ,ການ​ປັ່ນ​ປ່ວນ​ຂອງວິ​ກິດ​ການ​ການ​ເງິນ,ການ​ເຕີບ​​ໂຕ​ຫຼຸດຕ່ຳ​ລົງ​ແລະ​ອື່ນໆ.ພາຍ​ໃຕ້​ສະພາບ​ການ​ຄື​ແນວນີ້,ການ​ເຮັດ​​ໃຫ້​ເສດຖະກິດ​ໂລກ​ບັນ​ລຸ​ການຕີບ​ໂຕ​ຢ່າງ​ແຂງ​ແຮງ​ນັ້ນ​ຍັງ​ແມ່ນ​ຫນ້າ​ທີ່​ທີ່​ສຳຄັນ​ທີ່​ສຸດ.

ທ່ານ​ຫຼີ​ເຄິ້ຊຽງ​ກ່າວ​ວ່າ,ຈີນ​ປ່ຽນ​ແປງ​ຮູບການ​ພັດທະນາ​ໄປ​ຕາມຮູບ​ການ​ເປີດ​ປະຕູພາຍ​ໃຕ້​ສະພາບການເສ​ດຖະກິດ​ໂລກາ​ວິວັດ.ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ,ຮັບ​ເອົາ​ທັດສະນະ​ແລະ​ບົດຮຽນ​ທີ່​ດີ​ໃນການ​ຄຸ້ມ​ຄອງ​​​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈາກ​ຕ່າງປະ​ເທດມາ​ນຳ​ໃຊ້,​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ການ​ພັດທະນາ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ