ເຄື່ອງ​ເຟີ​ນີ​ເຈີ​ທີ່​ເຮັດ​ດ້ວຍ​ໄມ້​ແດງ​ຈາກ​ອາຊີ​ອາຄະ​ເນ​ຈະ​ເປັນ​ຈຸດ​ສຸມ​ໃນງານ​ວາງສະ​ແດງ​ຜະລິດຕະ​ພັນ​ໄມ້​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງ

(GMT+08:00) 2011-11-16 15:45:36     cri
ງານ​ວາງສະ​ແດງ​ຜະ​ລິດ​ຕະພັນ​ໃນປ່າ​ແລະ​ຜະລິດ​ຕະພັນ​ໄມ້​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນປີ​2011ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ18ຫາ​ວັນ​ທີ21ພະຈິກ​ນີ້​ຢູ່​ນະຄອນ​ນານ​ນີງ, ​ເທດສະ​ບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈ້ວງ​ກວາງ​ຊີ. ວັນ​ທີ15​ພະຈິກ​ນີ້, ນາງ​ຫວງ​ຢວນ, ຮອງ​ເລຂາ​ທິການ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນກ່າວ​ວ່າ, ​ເຄື່ອງ​ເຟີ​ນີ​ເຈີ​ທີ່​ຜະ​ລິດ​ດ້ວຍໄມ້​ແດງຈາກ​ອາຊີ​ອາຄະ​ເນຊຶ່ງ​ເປັນ​ສິນຄ້າ​ລະດັບ​ສູງ​ຈະ​ກາຍ​ເປັນ​ຈຸດ​ເດັ່ນ​ໃນ​ງານ​ວາງສະ​ແດງ​ຜະລິດຕະ​ພັນ​ໄມ້​ຄັ້ງ​ນີ້.

ນາງ​ຫວງ​ຢວນ​ແຈ້ງ​ໃຫ້​ຊາບ​ວ່າ, ນັກທຸລະກິດ​ໄມ້​ແດງ​ຂອງ​ລາວ, ຫວຽດ​ນາມ, ກຳປູ​ເຈຍ​ແລະ​ມຽນມາ​ເຊິ່ງ​ເປັນ​ປະ​ເທດ​ຜະລິດ​​ເຄື່ອງ​ເຟີ​ນີ​ເຈີ​ດ້ວຍໄມ້​ແດງ​ຈຳນວນ​ຫຼວງ​ຫຼາຍ​ລ້ວນ​ແຕ່​ຈະ​ນຳ​ເອົາ​ຜະລິດ​ຕະພັນ​ທີ່​ມີ​ເອກະ​ລັກຂອງ​ຕົນ​ມາ​ວາງສະ​ແດງ. ນາງ​ຊີ້​ອອກວ່າ, ຂະ​ແໜງ​ການຜະລິດ​ຕະພັນ​ໄມ້​ເປັນ​ຂົງ​ເຂດ​ໜຶ່ງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ສອງ​ຝ່າຍ​ມີ​ທ່າ​ແຮງ​ຊ່ວຍ​ຊູ​ຍູ້​ໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ຂະ​ແໜງ​ການ​ນີ້, ​ແລະ​ໄດ້​ກາຍ​ເປັນ​ສິນ​ຄ້າຂາ​ເຂົ້າຂາ​ອອກ​ທີ່​ສຳຄັນ​ລະ​ຫວ່າງ​ສອງ​ຝ່າຍ; ງານ​ວາງສະ​ແດ​ງຄັ້ງ​ນີ້​ມີ​ຈຸດປະ​ສົງ​ເພື່ອ​ຊຸກ​ຍູ້ທຸລະ​ກິດ​ໄມ້​ຈີນ​ເປີດ​ກວ້າງ​ເຂົ້າ​ສູ່ຕະຫຼາດ​ອາ​ຊຽນ​ຢ່າງ​ວ່ອງ​ໄວ, ​ເພື່ອສ້າງ​ເວທີ​ການ​ຮ່ວມ​ມື​ໃຫ້​ແກ່​ນັກ​ທຸລະ​ກິດ​ໄມ້​ຂອງ​ຈີນ​ແລະ​ອາ​ຊຽນ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ